ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະທານາທິບໍດີ ອູແກຣນ ​ໄດ້​ເຊັນ​ສັນຍາລັດຖະດຳລັດວ່າ​ດ້ວຍ​ພາວະ​ສຸ​ເສີນ​ແຫ່ງ​ຊາດ


ທ່ານ ເຊເລນສະກີ ປະທານາທິບໍດີ ອູແກຣນ

     ສໍານັກຂ່າວ ຊິນຮ່ວາ ໃຫ້ຮູ້ວ່າ: ໃນວັນທີ 23 ກຸມພານີ້, ທ່ານ ເຊເລນສະກີ ປະທານາທິບໍດີ ອູແກຣນໄດ້ເຊັນລັດຖະດຳລັດ ໂດຍສັ່ງໃຫ້ປະຕິບັດພາ
ວະສຸກເສີນແຫ່ງຊາດຢູ່ທົ່ວປະເທດ ອູແກຣນ ໂດຍຍົກເວັ້ນລັດໂດເນັສ ແລະ ລັດລູຮັນສ ເປັນເວລາ 30 ວັນ ເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 24
ກຸມພານີ້ ເປັນຕົ້ນໄປ.

     ອີງຕາມລັດຖະດຳລັດສະບັບນີ້, ຫ້າມຈັດການໂຮມຊຸມນຸມ, ການປະທ້ວງ ແລະ ການນັດຢຸດງານ ແລະ ກິດຈະກຳລວມໝູ່ອື່ນໆ ຢູ່ເຂດທີ່ປະຕິບັດພາ
ວະສຸກເສີນແຫ່ງຊາດ, ຫ້າມທະຫານປ່ຽນທີ່ຢູ່ອາໄສ, ປະຕິບັດ ລະບຽບການເຂົ້າອອກເມືອງພິເສດ, ຖ້າມີຄວາມຈຳເປັນ, ຈະສັ່ງຫ້າມສັນຈອນຍາມຄ່ຳຄືນ,
ຫ້າມ ການເຄື່ອນໄຫວຢ່າງເສລີ ແລະ ອື່ນໆ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 28/02/2022