ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອົງ​ການອະນາ​ໄມ​ໂລກ​ກັງວົນ​ບັນຫາ​ໂຄ​ວິດ -19 ຍອດຜູ້ຕິດເຊື້ອ-​ເສຍ​ຊີວິດ ຍັງ​ເພີ່ມ​ທຸກ​ມື້


ທ່ານ ທີໂດ ອັດຮານອມ ກິບຣີ ເຢຊຸດ ຜູ້ອໍານວຍການໃຫຍ່ຂອງອົງການອະນາໄມໂລກ ( WHO)

     ສໍານັກຂ່າວຊິນຮວາ ລາຍງານ ໃນວັນທີ 25 ມີນານີ້ ໂດຍອີງຕາມ ທ່ານ ທີໂດ ອັດຮານອມ ກິບຣີ ເຢຊຸດ ຜູ້ອໍານວຍການໃຫຍ່ ຂອງອົງການອະນາ
ໄມໂລກ ( WHO) ໄດ້ເປີດເຜີຍວ່າ: ຫຼ້າສຸດຍອດຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຈາກ ໂຄວິດ-19 ໄດ້ເພີ່ມຂຶ້ນຢ່າງໄວວາ ເຮັດໃຫ້ຫຼາຍພາກສ່ວນທີ່ກ່ຽວ
ຂ້ອງ ມີຄວາມກັງວົນຕໍ່ສະຖານະການດັ່ງກ່າວ ພ້ອມນັ້ນ ທ່ານຍັງໄດ້ກ່າວຕໍ່ປະເທດທີ່ຮັ່ງມີ ບໍ່ຄວນມີການກັກຕຸນວັກຊີນຢ່າງເດັດຂາດ.

     ທ່ານ ທີໂດ ອັດຮານອມ ກິບຣີ ເຢຊຸດ ກ່າວວ່າ: ການພັດທະນາວັກຊີນທີ່ວອງໄວ ນັ້ນມັນໄດ້ສ້າງຄວາມຫວັງໃຫ້ຫຼາຍໆປະເທດໃນໂລກ ແຕ່ປະເທດ
ຮັ່ງມີກັບບໍ່ຢາກແບ່ງປັນວັກຊີນໃຫ້ແກ່ປະເທດທຸກຍາກ ແລະ ກໍາລັງພັດທະນາແບບເທົ່າທຽມກັນຂະນະທີ່ການແຜ່ລະບາດຂອງເຊື້ອໄວຣັດດັ່ງກ່າວ ຍັງຄົງ
ດໍາເນີນໄປຢ່າງຕໍ່ເນື່ອງນັ້ນ ກໍມີທ່າ ທີຈະເກີດໄວຣັດສາຍພັນອື່ນໆ ລວມໄປເຖິງສາຍພັນທີ່ສາມາດທົນທານກັບວັກຊີນທີ່ຜະລິດຂຶ້ນ ໃນປັດຈຸບັນ.

     ພ້ອມດຽວກັນນີ້ທ່ານຍັງກ່າວຕື່ມວ່າ: ທ່າທີເຫຼົ່ານີ້ອາດຈະເຮັດໃຫ້ທົ່ວໂລກກັບໄປສູ່ຈຸດເລີ່ມຕົ້ນຂອງການແຜ່ລະບາດຄືນໃໝ່ອີກຄັ້ງ ຖ້າເມື່ອໃດທີ່
ເຊື້ອໄວຣັດຍັງຄົງສືບຕໍ່ແຜ່ລະບາດໄປທົ່ວທຸກບ່ອນ ຜູ້ຄົນກໍຈະເສຍຊີວິດຫຼາຍຂຶ້ນ, ການຄ້າ ແລະ ການຄົມມະນາຄົມຈະຢຸດນິ້ງ ແລະ ການຟື້ນຕົວຂອງ
ລະບົບເສດຖະກິດຈະຫຼ້າຊ້າ.