ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ ລົງໂທດບຸກລະ​ລາກ​ອນ ອັງກິດ 9 ຄົນ ​ແລະ 4 ໜ່ວຍງານ​
ທີ່​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ທີ່​ບໍ່​ມີຄວາມ​ຈິງ


ທ່ານ ນາງ ຫົວຊຸນຍິນ ໂຄສົກກະຊວງການຕ່າງປະເທດ ຈີນ

     ສຳນັກຂ່າວຊິນຮວາໃຫ້ຮູ້ໃນ ວັນທີ 26 ມີນາ ນີ້ໂດຍອີງຕາມ ທ່ານ ນາງ ຫົວຊຸນຍິນ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ປະກາດໃນວັນດຽວກັນ
ວ່າ: ຈີນ ຈະປະຕິບັດມາດຕະການລົງໂທດຕໍ່ບຸກຄົນ ແລະ ອົງການທີ່ກ່ຽວຂ້ອງຂອງ ອັງກິດ ທີ່ພະຍາຍາມແຊກແຊງເຂົ້າວຽກງານພາຍໃນຂອງຈີນ.

     ສອງສາມມື້ທີ່ຜ່ານມາ, ນິຕິອົງການ ແລະ ບຸກຄົນໃນ ອັງກິດ ໄດ້ເປີດເຜີຍຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງພາຍໃຕ້ຂໍ້ອ້າງຂອງບັນຫາສິດທິມະນຸດເຂດ ຊິນ
ຈຽງ ຂອງຈີນ, ເຊິ່ງເປັນການລະເມີດກົດໝາຍສາກົນ ແລະ ມາດຕະການພື້ນຖານຂອງການພົວພັນສາກົນ, ທັງເປັນການແຊກແຊງຢ່າງຈິງຈັງວຽກງານພາຍ
ໃນຂອງຈີນ ແລະ ສ້າງຄວາມເສຍຫາຍຕໍ່ການພົວພັນ ຈີນ-ອັງກິດ.

     ຈີນ ໄດ້ຕັດສິນໃຈລົງໂທດບຸກຄະລາກອນ ອັງກິດ 9 ຄົນ ແລະ 4 ໜ່ວຍງານທີ່ເຜີຍແຜ່ຂໍ້ມູນ ຂ່າວສານທີ່ບໍ່ມີຄວາມຈິງ, ພ້ອມວາງຂໍ້ຫ້າມບໍ່ໃຫ້ບຸກ
ຄົນທີ່ກ່ຽວຂ້ອງ ແລະ ສະມາຊິກໃນຄອບຄົວຂອງພວກເຂົາເຂົ້າປະເທດ ຈີນ (ລວມທັງຮົງກົງ ແລະ ມາເກົາ), ຊັບສິນຂອງພວກເຂົາມີຢູ່ປະເທດ ຈີນ ກໍຖືກ
ອາຍັດ, ພົນລະເມືອງ ຈີນ ແລະ ສະຖາບັນຕ່າງໆຂອງ ຈີນ ກໍຖືກຫ້າມບໍ່ໃຫ້ພົວພັນກັບກຸ່ມຄົນດັ່ງກ່າວ.

     ໂຄສົກ ກະຊວງການຕ່າງປະເທດຈີນ ກ່າວວ່າ: ຈີນບໍ່ຫວັ່ນໄຫວໃນຄວາມຕັດສິນໃຈຂອງຕົນ ໃນການປົກປ້ອງ ອະທິປະໄຕ ແຫ່ງຊາດ, ຄວາມໝັ້ນຄົງ
ແລະ ຜົນປະໂຫຍດດ້ານການພັດທະນາ, ທັງເຕືອນໃຫ້ຝ່າຍອັງກິດ ຢ່າແຊກແຊງວຽກງານພາຍໃນຂອງ ຈີນ.