ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບໍລິສັດໄຟເຊີ​ເລັ່ງຂາຍ​ຢາ-ວັກ​ຊີ​ນ ​ໃຫ້​ປະ​ເທດ​ທຸກ​ຍາກ​ໃນ​ລາຄາ​ຖືກ

     ສໍານັກຂ່າວກຽວໂດລາຍງານໃນ ວັນທີ 26 ພຶດສະພາ ນີ້ວ່າ: ບໍລິສັດໄຟເຊີ ກຽມຈໍາໜ່າຍຢາທີ່ຖືກຈົດທະບຽນສິດທິບັດທັງໝົດຂອງບໍລິສັດເຊັ່ນ:
ຢາແພກໂລວິດ, ໃຊ້ສໍາລັບປິ່ນປົວ ໂຄວິດ-19 ແລະ ຢາໄອແບນ ໃຊ້ສໍາລັບປິ່ນປົ່ວໂລກມະເຮັງເຕົ້ານົມໃຫ້ກັບກຸ່ມປະເທດທີ່ທຸກຍາກທີ່ສຸດ 45 ປະເທດ
ໃນລາຄາຖືກ. ຂໍ້ມູນຂອງມູນລະນິທິ ບິນແອນ ເມລິນດາເກດ ລະບຸວ່າ: ປະເທດທີ່ທຸກຍາກເຫຼົ່ານີ້ບໍ່ສາມາດເຂົ້າເຖິງຢາປິ່ນປົ່ວພະຍາດແບບໃໝ່ໆ ໄດ້ຢ່າງ
ທົ່ວເຖິງ ແລະ ອາດຈະຕ້ອງໃຊ້ເວລາດົນເຖິງ 4-7 ປີ ກວ່າຈະສາມາດໄດ້ໃຊ້ຢາປິ່ນປົວ ແບບໃໝ່ໆນີ້ໄດ້.

     ບໍລິສັດໄຟເຊີລະບຸວ່າ: ແຜນການດັ່ງກ່າວປະກອບດ້ວຍການຈໍາໜ່າຍຢາ ແລະ ວັກຊີນທີ່ໄດ້ຮັບການຈົດສິດທິບັດທັງໝົດ 23 ລາຍການ ເຊິ່ງໃຊ້ສໍາ
ລັບປິ່ນປົວ ໂຄວິດ-19, ມະເຮັງບາງຊະນິດລວມໄປເຖິງພະຍາດອັກເສບທີ່ກວດພົບໃນກຸ່ມຜູ້ທີ່ມີອາຍຸນ້ອຍ.

     ນອກຈາກຢາແພກໂລວິດ ແລະ ຢາໄອແບນ ແລ້ວລາຍການຢາດັ່ງກ່າວຍັງລວມເຖິງວັກຊີນປ້ອງກັນພະຍາດປອດອັກເສບ Prevnar 13, ຢາປິ່ນປົວ
ພະຍາດຂໍ້ປະດົງ, ຢາຮັກສາມະເຮັງ. ສໍາລັບວັກຊີນໂຄເມີເນຕີ ທີ່ໃຊ້ໃນການປ້ອງກັນ ໂຄວິດ-19 ເຊິ່ງບໍລິສັດໄຟເຊີ ແອນໄບໂອເອັນເທັກ ພັດທະນາຮ່ວມ
ກັນກໍ່ຢູ່ໃນແຜນ ການຈໍາໜ່າຍຢາລາຄາຖືກເຊັ່ນດຽວກັນ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 30/05/2022