ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນໂດເນເຊຍ ຮີບ​ຮ້ອນ​ສັກ​ວັກ​ຊີ​ນ​ເຂັມ​ທີ 3 ​ໃຫ້​ປະຊາຊົນ​ພາຍ​ໃນ​ຕົ້ນ​ປີໜ້າ


ວັກຊີນປ້ອງກັນໂຄວິດ-19 ເຂັມທີ 3

     ສໍານັກຂ່າວບີບີຊີລາຍງານໃນ ວັນທີ 27 ສິງຫາ ນີ້, ທ່ານ ບູດີກູນາດີ ຊາດີກິນ ລັດຖະມົນຕີ ກະຊວງສາທາລະນະສຸກ ອິນໂດເນເຊຍ ອອກມາຖະ
ແຫຼງວ່າ: ຈະສັກວັກຊີນປ້ອງກັນໂຄວິດ-19 ເຂັມທີ 3 ໃຫ້ແກ່ປະຊາຊົນທົ່ວໄປໃນໄລຍະເດືອນ ມັງກອນ ປີ 2022 ຫຼັງຈາກທີ່ປະຊາກອນກຸ່ມເປົ້າໝາຍ
ທັງໝົດໄດ້ຮັບວັກ ຊີນເຂັມທີ 2 ແລ້ວ. ຖ້າຫາກປະຊາກອນກຸ່ມເປົ້າໝາຍທັງໝົດໄດ້ຮັບການສັກວັກຊີນຄົບ 2 ເຂັມ ພາຍໃນເດືອນ ມັງກອນ ປະຊາ
ຊົນທົ່ວໄປສາມາດຮັບວັກຊີນ ເຂັມທີ 3 ໄດ້ທັນທີ ຫຼັງຈາກໄດ້ຮັບການຍືນຍັນແລ້ວວ່າ ວັກຊີນ ເຂັມທີ 3 ສາມາດປ້ອງກັນການຕິດເຊື້ອໄດ້ດີຂຶ້ນ ໂດຍ
ປະຊາຊົນສາມາດເລືອກໄດ້ວ່າຈະຮັບວັກຊີນຊະນິດໃດເປັນເຂັມທີ 3 ແຕ່ຕ້ອງໄດ້ຈ່າຍຄ່າບໍລິການເອງປະມານ 100.000 ຣູປີ ຍົກເວັ້ນຜູ້ມີລາຍໄດ້ໜ້ອຍ.

     ຂະນະນີ້ ອິນໂດເນເຊຍ ສັກວັກຊີນເຂັມທີ 3 ສະເພາະບຸກຄະລາກອນແພດໜໍເທົ່ານັ້ນ ເນື່ອງຈາກເປັນກຸ່ມສ່ຽງ ແລະ ມີໂອກາດຕິດເຊື້ອໄດ້ງ່າຍພ້ອມ
ນັ້ນ, ອິນໂດເນເຊຍ ໄດ້ຕັ້ງເປົ້າທີ່ຈະສັກວັກຊີນໃຫ້ແກ່ປະຊາຊົນກຸ່ມເປົ້າໝາຍທີ່ມີອາຍຸຫຼາຍກວ່າ 12 ປີ ເຊິ່ງມີຈໍານວນຫຼາຍກວ່າ 208 ລ້ານຄົນ ຈາກປະ
ຊາກອນທັງໝົດ 270 ລ້ານຄົນ ພາຍໃນເດືອນ ມັງກອນ ປີ 2022, ເຊິ່ງຂະນະນີ້ມີປະຊາກອນຫຼາຍກວ່າ 33 ລ້ານຄົນ ໄດ້ຮັບວັກຊີນຄົບ 2 ເຂັມແລ້ວ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 30/08/2021