ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍ ນຳ​ລົດ​ຕັງ​ຊະນິດ​ໃໝ່ ​ເຂົ້າ​ປະຈຳການ​ໃນ​ກອງທັບ


ລົດຕັງລຸ້ນ BMPTTerminator

     ໃນອາທິດທີ່ຜ່ານມາ ຣັດເຊຍ ໄດ້ນຳເອົາລົດຕັງລຸ້ນ BMPTTerminator ເຊິ່ງເປັນລຸ້ນໃໝ່ຫຼ້າສຸດ ເຂົ້າປະຈຳການ ໃນກອງທັບຣັດເຊຍ ແລ້ວ.
ໂດຍລົດຕັງປະເພດນີ້ແມ່ນມີຂີດຄວາມສາມາດໃນການຍິງກະສຸນປືນກົນໃຫຍ່ກົນຂະໜາດ 30 ມມ ທີ່ສາມາດຕັ້ງຄ່າ​ ໃຫ້ລະເບີດແຕກກາງອາກາດ ໄດ້
ອີກດ້ວຍ.

     ລົດຕັງ BMPT Terminator ສາມາດຍິງກະສຸນປືນກົນໃຫຍ່ 30 ມມ ທີ່ໃຊ້ຊະນວນການກະທົບແຕກແບບປົກກະຕິທົ່ວໄປ ເຊິ່ງມັນຈະລະເບີດ ເມື່ອ
ກະສຸນກະທົບກັບສິ່ງກີດຂ້ວາງ, ໂດຍມັນຖືກພັດທະນາໂດຍບໍລິສັດ Oerlikon ຂອງປະເທດສະວິດ, ເຊິ່ງປັດຈຸບັນແມ່ນຢູ່ໃນເຄືອຂອງ Rhein­metall.
ກະສຸນແບບຄົບນັດຈະລະເບີດແຕກສະເກັດຕາມເວລາຄຳນວນການຕັ້ງຄ່າໄວ້ ໂດຍລະບົບຄວບຄຸມການຍິງ. ດັ່ງນັ້ນ, ມັນຈຶ່ງສາມາດຍິງທຳລາຍສະໜາມ
ຂອງຝ່າຍກົງກັນຂ້າມໄດ້ ແລະ ຍັງສາມາດທຳລາຍພື້ນທີ່ລີ້ຊ່ອນຢູ່ຕາມສະຖານທີ່ກຳບັງຕ່າງໆໄດ້ຈາການຍິງໂດຍກົງ.

     ສຳລັບການຍິງຊ່ວຍ ຂອງລົດຕັງ BMPT Termina­tor ແມ່ນມີການຕິດຕັ້ງປືນກົນໃຫຍ່ 2A42 ຂະໜາດ 30x165 ມມ ສອງກະບອກ ໂດຍ
ມີກະສຸນພ້ອມຮົບ 900 ນັດ, ມີອາວຸດປ່ອຍນຳວິຖີຕໍ່ສູ້ລົດຕັງ Ataka-T ແລະ ຍັງມີເຄື່ອງຍິງລູກລະເບີດແບບອັດຕະໂນມັດ 30 ມມ ແລະ ປືນກົນຮ່ວມ
ແກ່ນຂະໜາດ 7,62 ມມ ທັງໝົດແມ່ນຖືກອອກແບບມາສະເພາະການຍິງຊ່ວຍ ສຳລັບໜ່ວຍຍານເກາະໃນການໂຈມຕີ ໂດຍສະເພາະແມ່ນການດັບ​ສູນ
ລ້າງກຳລັງພົນຕິດອາວຸດ ຂອງຝ່າຍກົງກັນຂ້າມທີ່ມີອາວຸດຕໍ່ສູ້ລົດຕັງແບບພົກພາເຄື່ອນຍ້າຍໄດ້ດ້ວຍບຸກຄົນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 01/03/2022