ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນຈະ​ນຳ​ໃຊ້​ລົດ​ຕັງ B-96 ​ເຂົ້າ​ຮ່ວມ​ແຂ່ງຂັນ​ກີລາ​​ການ​ທະຫານ​ສາກົນ ປະຈຳປີ 2022


ລົດຕັງລຸ້ນ B-96

     ສຳນັກຂ່າວ ເຊົາໄຊນາ ມໍນິງໂພດ ລາຍງານໃນວັນທີ 28 ກໍລະກົດ ນີ້ວ່າ: ກອງທັບປົດປ່ອຍປະຊາຊົນຈີນ ໄດ້ມີການກຳນົດເອົາລົດຕັງລຸ້ນ B-96
ພ້ອມທັງຄະນະຄູເຝິກ ແລະ ນັກຂັບທີ່ມີປະສົບການສູງ ເພື່ອເຂົ້າ ງານກີລາທາງການທະຫານປະຈຳປີ 2022 ເຊິ່ງຈະຈັດຂຶ້ນທີ່ ເມືອງ ອາລາບີໂນ ປະເທດ
ຣັດເຊຍ ໃນລະຫວ່າງວັນທີ 1-31 ສິງຫາ ນີ້. ສຳລັບລົດຕັງລຸ້ນນີ້, ກອງທັບປົດປ່ອຍປະຊາຊົນຈີນ ເຄີຍນຳເຂົ້າຮ່ວມງານແຂ່ງຂັນນີ້ມາ ແລ້ວຫຼາຍຄັ້ງ, ແຕ່
ລະຄັ້ງຈະມີການປັບປຸງບາງຈຸດທີ່ບໍ່ທັນສອດຄອງ, ເຊິ່ງມີຊື່ຢ່າງເປັນທາງການວ່າ ZTZ96 ຖືກຜະລິດຂຶ້ນໃນປີ 1997 ຈົນມາຮອດປັດຈຸບັນນີ້ປະກອບມີ 3
ລຸ້ນ,ໂດຍປົກກະຕິແລ້ວມັນມີນ້ຳໜັກປະມານ 41-43 ໂຕນ, ມີລວງກວ້າງ 3,45 ແມັດ, ລວງຍາວ 6,33 ແມັດ, ລວງສູງ 2,3 ແມັດ, ໃຊ້ພົນປະຈຳການ
3 ຄົນ, ແລ່ນໃນຄວາມໄວສູງສຸດ 75 ກິໂລແມັດຕໍ່ຊົ່ວໂມງ ສ່ວນອາວຸດຫຼັກແມ່ນປືນໃຫຍ່ຂະໜາດ 125 ມມ ແລະ ປືນກົນຂະໜາດ 12,7 ມມ ເຊິ່ງ
ເປັນເລົ່າປືນຄູ່ ສາມາດຍິງໄດ້ແບບ 360 ອົງສາ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 01/08/2022