ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອີຣານ ທົດ​ລອງ​ຂີ​ປະ​ນາ​ວຸດ​ທາງ​ທະ​ເລ​ລຸ້ນ​ໃໝ່


ຂີປະ​ນາ​ວຸດ​ທາງ​ທະ​ເລ​ລຸ້ນ​ໃໝ່ຂອງ ອີ​ຮານ

     ສຳນັກຂ່າວເອພີ ລາຍງານ ໃນວັນທີ 28 ກັນຍາ 2020 ວ່າ: ຂີປະນາວຸດ ຊໍຟາກາ ບາຊີ ທີ່ພັດທະນາເພື່ອສົງຄາມທາງທະເລ ໂດຍສະເພາະຈາກເດີມເປັນຂີປະນາວຸດ
ແບບພື້ນດິນສູ່ພື້ນດິນທີ່ມີໄລຍະຍິງໄກກວ່າສອງເທົ່າຂອງຂີປະນາວຸດລຸ້ນອື່ນໆ ຂອງກອງກໍາລັງພິທັກ ອີຣານ ເຊັ່ນ: ລຸ້ນຮໍມຸດ-2 ທີ່ມີໄລຍະຍິງໄກ 300 ກິໂລແມັດ.

     ຂີປະນາວຸດລຸ້ນໃໝ່ນີ້ແມ່ນໄດ້ເປີດຕົວເມື່ອ ວັນທີ 27 ກັນຍາ ຢູ່ທີ່ສຳນັກງານ ອົງການອາວະກາດແຫ່ງຊາດໃນນະຄອນເຕເຮຣານ​ ​ໂດຍ​ໄດ້​ໃຫ້​ຂໍ້​ມູນ​ວ່າ: ນີ້ແມ່ນບາດ
ກ້າວອັນສໍາຄັນທີ່ສະແດງໃຫ້ເຫັນເຖິງແຜນການປັບປຸງລະບົບ​ປ້ອງ​ກັນຊາ​ດຂອງ ອີຣານ.

     ການເປີດຕົວຂີປະນາວຸດ ຊໍຟາກາ ບາຊີ ນີ້ມີຂຶ້ນພຽງໜຶ່ງອາທິດພາຍຫຼັງກອງທັບເຮືອ ສະຫະລັດອາເມຣິກາສົ່ງກອງເຮືອບັນທຸກເຄື່ອງບິນແລ່ນຜ່ານຊ່ອງແຄບ ຍຸດທະ
ສາດຮໍມຸດ. ຈາກນັ້ນກອງກໍາລັງພິທັກ ອີຣານ ໄດ້ເປີດຖານທັບເຮືອແຫ່ງໃໝ່ໃກ້ກັບຊ່ອງແຄບຮໍມຸດ ທີ່ເປັນເສັ້ນທາງຜ່ານສໍາຄັນຂອງເຮືອບັນທຸກນ້ໍາມັນ 1 ໃນ 5 ຂອງໂລກ.