ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກຸ່ມຜະລິດອາວຸດ​ໃນ ຣັດເຊຍ ວາງສະ​ແດງ​ອາວຸດ​ປັບປຸງ​ໃໝ່


ປືນ AK-19

     ສໍານັກຂ່າວ ຫວຽດນາມ ໃຫ້ ຮູ້ໃນຕົ້ນອາທິດນີ້ວ່າ: ກຸ່ມຜູ້ຜະລິດອາວຸດຂອງ ຣັດເຊຍ ໄດ້ເປີດຕົວປືນ AK-19 ໃນງານວາງສະແດງອາວຸດສາກົນ
ທີ່ຈັດຂຶ້ນຢູ່ປະເທດ ສະຫະນະຄອນອາຣັບເອມິຣັດ (UAE). ກຸ່ມພັດທະນາປືນຕໍ່ສູ້ແບບອັດຕະໂນມັດ ໄດ້ມີການປັບປຸງຮູບແບບປືນອາກາຕົ້ນແບບດັ້ງເດີມ
ແຕ່ມີການພັດທະນາລະບົບຮູບຮ່າງພາຍນອກ ແລະ ພາຍໃນ ໃຫ້ມີຄວາມຄ່ອງແຄ້ວທັນສະໄໝຍິ່ງຂຶ້ນ.

     ສໍານັກຂ່າວ RT (ຣັດເຊຍ) ລາຍງານວ່າ: ງານວາງສະແດງອາວຸດ IDEX-2021 ໄດ້ຈັດຂຶ້ນແຕ່ວັນທີ 21-25 ກຸມພາ ໃນງານນີ້, ຜູ້ໃຫ້ກໍາເນີດ
AK-47 ໄດ້ເປີດຕົວປືນ AK-19 ຂະໜາດ 5.56x45 ມມ ນີ້ແມ່ນຂະໜາດມາດຕະຖານຂອງອົງການສົນທິສັນຍາອັດລັງຕິກເໜືອ (NATO). ອາກາ-
19(AK-19) ຖືກສ້າງຂຶ້ນບົນພື້ນຖານຄ້າຍຄືກັບ AK-12 . ງານວາງສະແດງຄັ້ງນີ້ AK-19 ໄດ້ຮັບຄວາມສົນໃຈຈາກມວນຊົນຢ່າງຫຼວງຫຼາຍ.

     ນອກຈາກ AK-19, ກຸ່ມຜູ້ພັດທະນາ ຍັງໄດ້ນໍາເອົາປືນ Abu-hab, Lebedev, ປືນ MP-155 Ultima ມາວາງສະແດງ, ງານວາງສະແດງ ແລະ
ອາວຸດຄັ້ງນີ້ມີ 900 ກວ່າບໍລິສັດຜະລິດອາວຸດຈາກ 59 ປະ   ເທດໄດ້ເຂົ​້າຮ່ວມ.