ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນເພີ່ມທະວີຈໍານວນປັນຍາປະດິດ ສຸມໃສ່ນໍາໃຊ້ເຂົ້າໃນວຽກງານຫຼາຍດ້ານ


     ສໍານັກຂ່າວ ຊິນຮວາ ໃຫ້ຮູ້ວ່າ: ຕາມການລາຍງານ ຂອງອົງການຄົ້ນຄວ້າ ວິທະຍາສາດ ປັນຍາປະດິດ, ຈີນໄດ້ເພີ່ມຈໍານວນ ອຸປະກອນປັນຍາປະດິດ
ໃນຕົ້ນ ປີ 2022 ນີ້, ເປັນຈໍານວນຫຼວງຫຼາຍ, ໂດຍລະເພາະຜູ້ຊ່ຽວຊານ ໄດ້ລະບຸການເຄື່ອນໄຫວ ຂອງປັນຍາປະດິດ ທີ່ນໍາມາຮັບໃຊ້ ແກ່ງານມະຫາກໍາ
ໂອລິມປິກລະດູໜາວ ປັກກິ່ງ ເຊັ່ນ: ຫຸ່ນຍົນ ອັດສະລິຍະ ທີ່ຊ່ວຍໃຫ້ບໍລິການ ຫຼາຍພາສາ, ລົດຮັບສົ່ງບໍ່ມີຄົນຂັບ ແລ່ນລະດັບ L4 ແລະ ເຄື່ອງຊີ້ບອກພາ
ສາມື AI ສໍາລັບຄົນກືກ, ມັນສາມາດ ກະທໍາ ໄດ້ເໝືອນມະນຸດ ຢູ່ໃນຫ້ອງຖ່າຍທອດສົດ.

     ປະເພດອຸປະກອນຕ່າງໆ ຂອງສະຖານະການ ການບໍລິການ ”ບໍ່ໃຊ້ຄົນ” ສາມາດເຫັນໄດ້ ຢູ່ທົ່ວ ທຸກແຫ່ງ, ປັນຍາປະດິດ ສາມາດ ເພີ່ມອົງປະກອບອັດ
ສະລິຍະ ໃຫ້ແກ່ງານກີລາໂອລິມປິກ ລະດູໜາວ ໃນປັດຈຸບັນ, ມັນເປັນການ ປັບປຸງປະສິດທິພາບ, ລະດັບການແຂ່ງຂັນ ແລະ ສ້າງກິດຈະກຳ ໂອລິມປິກ
ທີ່ເຕັມໄປດ້ວຍເຕັກໂນໂລຊີ. ໃນຄະນະດຽວກັນ, ງານກີລາໂອລິມປິກ ລະດູໜາວ ໄດ້ສະໜອງ ສະຖານະການທີ່ ອຸດົມສົມບູນ ກວ່າສຳລັບ ການເລັ່ງການ
ນຳໃຊ້ເຕັກໂນໂລຊີ ປັນຍາປະດິດ, ເຊິ່ງຈະເປັນການຊຸກຍູ້ ການພັດທະນາ ຂອງເຕັກໂນໂລຊີ ທີ່ກ່ຽວຂ້ອງ ເຊັ່ນດຽວກັນກັບ ການນຳມາໃຊ້ ໃນອຸດສາຫະກຳ
ແລະ ຊຸກຍູ້ ການພັດທະນາທາງດ້ານເສດຖະກິດດິຈິຕອນ ຢ່າງເລິກເຊິ່ງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 02/03/2022