ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍ ຜົນສຳເລັດໃນການທົດລອງຍິງລູກສອນໄຟນຳວິຖີໄວກວ່າສຽງ 3m22 Zircon


     ສຳນັກຂ່າວຕາດລາຍງານໃນ ວັນທີ 29 ພຶດສະພາ 2022 ນີ້, ກະຊວງປ້ອງກັນປະເທດ ຣັດເຊຍ ປະກາດວ່າ: ກຳປັ່ນສູ້ຮົບສຳລັບປ້ອງກັນ “ອັດມິໂຣ
ກອບຄົບ” ຂອງກອງທັບເຮືອ ຣັດເຊຍ ໄດ້ປະສົບຜົນສຳເລັດໃນການທົດລອງຍິງລູກສອນໄຟ ນຳວິຖີໄວກວ່າສຽງ 3m22 Zircon ຢູ່ເຂດທະເລບາເຣ.

     ລູກສອນໄຟນຳວິຖີ 3m22 Zircon ເປັນລູກສອນໄຟນຳວິຖີ ໄວກວ່າສຽງທີ່ຍິງຈາກທະເລ ປະເພດທຳອິດ ຂອງ ຣັດເຊຍ, ສາມາດຍິງອອກຈາກກຳ
ປັ່ນຮົບສຳລັບປ້ອງກັນກຳປັ່ນຮົບສຳລັບລາດຕະເວນ ແລະ ກຳປັ່ນ ດຳນ້ຳ, ໄລຍະຍິງໄກທີ່ສຸດສາມາດບັນລຸເຖິງ 1.000 ກິໂລ ແມັດ. ກະຊວງປ້ອງກັນປະ
ເທດ ຣັດເຊຍ ແຈ້ງໃຫ້ຮູ້ວ່າ: ໃນມື້ດຽວກັນ, ລູກສອນໄຟນຳວິຖີໄວກວ່າສຽງ 3m22 Zircon ໄດ້ຍິງຖືກເປົ້າໝາຍເທິງທະເລທີ່ກຳນົດໄວ້ຢູ່ເຂດທະເລ
ຂາວຂອງ ຣັດເຊຍ ທີ່ໄກຈາກບ່ອນຍິງປະມານ 1.000 ກວ່າກິໂລແມັດ ຢ່າງສຳເລັດຜົນ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 02/06/2022