ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫະລັດອາ​ເມ​ລິ​ກາ ທົດ​ສອບ ເຮລີກົບແຕ ລຸ້ນປັບປຸງ​ໃໝ່


ເຮລີກົບແຕ CH-53K

     ເມື່ອບໍ່ດົນມານີ້ກອງທັບເຮືອ ສະຫະລັດ ໄດ້ທົດສອບຄວາມສາມາດໃນການປະຕິບັດເບື້ອງຕົ້ນຂອງ ເຮລີກົບແຕ ໜັກແບບ CH-53 King. ທາງ
ດ້ານຜູ້ຜະລິດ ເຮລີກົບແຕ ລຸ້ນນີ້ກ່າວວ່າ: ບໍລິສັດໄດ້ທົດສອບການພັດທະນາ ແລະ ການປະຕິບັດງານທີ່ຈໍາເປັນສໍາລັບກອງທັບອາກາດທີ່ຈະຕ້ອງເຮັດວຽກ
ຮ່ວມກັບ ກອງທັບເຮືອ ເທົ່ານັ້ນ ໂດຍໄດ້ຜ່ານການທົດລອງໃນສະພາບແວດລ້ອມທີ່ໜາວ ແລະ ຮ້ອນລວມທັງການເຕີມນໍ້າມັນ ທາງອາກາດທັງກາງເວັນ
ແລະ ກາງຄືນ, ທົດລອງຍິງລູກປືນແທ້, ບິນຂຶ້ນ-ລົງທາງ ທະເລ ແລະ ໃນສະພາບແວດ ລ້ອມທີ່ເບິ່ງເຫັນໄດ້ຍາກ.

     CH-53K ສາມາດບັນທຸກນ້ຳໜັກໄດ້ຫຼາຍກ່ວາ 12,2 ໂຕນ, ມັນຖືກອອກແບບມາ ເພື່ອຕອບສະໜອງຕໍ່ຄວາມຕ້ອງການຂອງການປະຕິບັດງານທາງ
ທະເລຂອງກອງທັບເຮືອໂດຍສະເພາະ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 03/05/2022