ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈະຫຼວດຕໍ່ຕ້ານລົດຕັງ HJ-9 ຂອງ​ຈີນ


ຈະຫຼວດຕໍ່ຕ້ານ​ລົດຕັງ Hong Jian-9 ຫຼື HJ-9 ຂອງຈີນ

     ຈະຫຼວດຕໍ່ຕ້ານລົດຕັງ Hong Jian-9 ຫຼື HJ-9 ຂອງຈີນ ຜະລິດໂດຍບໍລິສັດ Norinco ເຂົ້າປະຈໍາການໃນກອງທັບຈີນ ໄລຍະປີ 1990 ອອກ
ແບບມາເພື່ອທໍາລາຍລົດຕັງຍານເກາະ ແລະ ປ້ອມຄ້າຍຂອງຝ່າຍກົງກັນຂ້າມ.

     ຈະຫຼວດຕໍ່ຕ້ານລົດຕັງ HJ-9 ມີນໍ້າໜັກ 37 ກິໂລກຼາມ, ມີຂະໜາດເສັ້ນຜ່າສູນກາງ 152 ມມ, ມີຄວາມຍາວ 1.200 ມມ, ຈະຫຼວດດັ່ງກ່າວມີໄລ
ຍະຍິງ 5 ກິໂລແມັດ, ຕິດຫົວຮົບ Tandem HEAT ສາມາດເຈາະເກາະປະຕິກິລິຍາລະເບີດ ຫຼື ERA ຂອງລົດຕັງໄດ້. ນອກຈາກນີ້, ຍັງມີຫົວຮົບລະເບີດ
ແຮງສູງສໍາລັບໃຊ້ທໍາລາຍທີ່ກໍາບັງອີກດ້ວຍ, ເນື່ອງຈາກ HJ-9 ມີນໍ້າໜັກຫຼາຍ, ຈີນຈຶ່ງຕິດຕັ້ງຈະຫຼວດຕໍ່ຕ້ານລົດຕັງລຸ້ນນີ້ໃສ່ລົດຫຸ້ມເກາະຕີນຢາງ 4x4
WZ550 ເອີ້ນວ່າ AFT-9, ເຊິ່ງມີນໍ້າໜັກ 13,7 ໂຕນ, ລະບົບຂັບເຄື່ອນໃຊ້ເຄື່ອງຈັກກາຊວນຂະໜາດ 320 ແຮງມ້າ, ມີຄວາມໄວສູງສຸດ 95 ກິໂລ
ແມັດຕໍ່ຊົ່ວໂມງ, ໄລຍະປະຕິບັດການ 600 ກິໂລແມັດ, ມີຄຸນສົມບັດສະເທືອນນໍ້າສະເທືອນບົກ, ສາມາດເຄື່ອນທີ່ໃນນໍ້າດ້ວຍຄວາມໄວ 4,5 ກິໂລແມັດ
ຕໍ່ຊົ່ວໂມງ.

     ປັດຈຸບັນກອງທັບຈີນຍັງເປັນຜູ້ໃຊ້ງານຈະຫຼວດຕໍ່ຕ້ານລົດຕັງ HJ-9 ພຽງເຈົ້າດຽວ, ເຖິງແມ່ນວ່າຈະໄດ້ຮັບການອະນຸມັດໃຫ້ສົ່ງອອກໃຫ້ລູກຄ້າຕ່າງ
ປະເທດແລ້ວກໍຕາມ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 03/09/2021