ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຂີປະນາວຸດຍຸດ​ທະ​ສາດ​ຄວາມ​ໄວ​ກວ່າ​ສຽງລຸ້ນ​ໃໝ່ ສຳລັບ​ຕິດ​ຕັ້ງ​ໃສ່ F-16


ເຮືອບິນ F-16 I SUFA ຂອງກອງທັບອາກາດອິດສະຣາແອນ

     ບໍລິສັດຜູ້ຜະລິດອາວຸດຂອງ ອິດສະຣາແອນ ໄດ້ເປີດເຜີຍຂີປະນາວຸດແລມເພກ, ເຊິ່ງເປັນຂີປະນາວຸດທາງຍຸດທະສາດ ທີ່ມີຄວາມໄວກວ່າສຽງລຸ້ນ
ໃໝ່ສຳລັບຕິດຕັ້ງໃສ່ F-16 ມີຄວາມແມ່ນຢຳໃຊ້ງານໄດ້ຫຼາກຫຼາຍ ແລະ ຍິງໄດ້ທຸກເປົ້າໝາຍ.

     ສຳນັກຂ່າວດ້ານການທະຫານຕ່າງປະເທດ Alert5 ລາຍງານວ່າ: IMI System ຮ່ວມກັບ IAI ບໍລິສັດຜູ້ຜະລິດອາວຸດຂອງ ອິດສະຣາແອນ ໄດ້ເປີດ
ເຜີຍຂີປະນາວຸດຄວາມໄວກວ່າສຽງລຸ້ນໃໝ່ວ່າ: ເປັນຂີປະນາວຸດທາງຍຸດທະວິທີ ຊື່ວ່າ: ແລມເພກ (Ram­page) ອອກມາຕິດຕັ້ງກັບເຮືອບິນ F-16 I
SUFA ຂອງ ກອງທັບອາກາດ ອິດສະຣາແອນ ໂດຍສາມາດຕິດຕັ້ງໄດ້ລຳລະ 4 ລູກ.

     ເບື້ອງຕົ້ນການເຮັດວຽກຂອງຂີປະນາວຸດກຳນົດເປົ້າໝາຍດ້ວຍພິກັດດາວທຽມ ຫຼື GPS ສາມາດ ຕໍ່ຕ້ານການລົບກວນລະບົບນຳຕິດຕາມຍິງໄດ້
ທຸກສະພາບອາກາດ, ລະບົບຄວບຄຸມການຍິງແບບທົ່ວໄປທີ່ຊັບຊ້ອນສາມາດຍິງ ໄດ້ຈາກລະດັບບິນສູງ ແລະ ຕໍ່າໃຊ້ເວລາໃນການກະທົບເປົ້າໝາຍ ບໍ່ຮອດ
5 ນາທີ, ມີຫົວ ຮົບໃຫ້ເລືອກທັງແບບຕາຍໂຕ ແລະ ແຕກເປັນສະເກັດກ່ອນຮອດເປົ້າໝາຍ.