ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍານ​ສຳຫຼວດດວງ​ຈັນ “ຢວີ້ທູ້ 2” ເລີ່​ມປະຕິບັດໜ້າທີ່ໂດຍອັດຕະໂນມັດ​ເປັນຄັ້ງທີ 4


ຍານສຳຫຼວດດວງຈັນ “ຢວີ້ທູ້ 2”

     ສູນໂຄງການສຳຫຼວດດວງຈັນ ແລະ ການບິນອາວະກາດຂອງອົງການ ການບິນອາວະ ກາດແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ: ຍານສຳຫຼວດດວງຈັນ “ຢວີ້ທູ້ 2” ໄດ້ເລີ່ມ
ປະຕິບັດໜ້າທີ່ໂດຍອັດຕະໂນມັດອີກແລ້ວໃນເວລາ 20 ໂມງ 28 ນາທີຂອງວັນທີ 29 ມີນາ ທີ່ຜ່ານມານີ້ ແລະ ສາມາດປະຕິບັດໜ້າທີ່ໄດ້ເປັນປົກກະຕິ. ຕາມແຜນການ
ທີ່ໄດ້ວາງໄວ້, ຍານສຳຫຼວດດວງຈັນ “ຢວີ້ທູ້ 2”ຈະປະຕິບັດໜ້າທີ່ຕອນກາງເວັນເທິງດວງຈັນຄັ້ງທີ 4 ຍານລົງຈອດດວງຈັນ “ສາງເອີ 4” ໄດ້ສຳເລັດການກຳນົດຮູບແບບ
ປະຕິບັດງານຍາມກາງຄືນເທິງດວງຈັນໃນເວລາ 12 ໂມງຂອງວັນທີ 13 ມີນາ. ຍານສຳຫຼວດດວງຈັນ “ຢວີ້ທູ້ 2” ໄດ້ສຳເລັດການປະຕິບັດໜ້າທີ່ວຽກງານຕອນກາງເວັນ
ເທິງດວງຈັນ 3 ຄັ້ງແລ້ວເຂົ້າສູ່ຍາມກາງຄືນເທິງດວງຈັນຄືນທີ 3 ໃນເວລາ 12 ໂມງ 16 ນາທີຂອງວັນທີ 13 ມີນາທີ່ຜ່ານມາ, ນັບລວມແລ້ວໄດ້ເດີນທາງ 163 ແມັດ.