ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ ໂປໂລຍ ​ໄດ້​ຮັບ​ລົດ​ຕັງ Leopard 2PL

     ເມື່ອບໍ່ດົນມານີ້ບໍລິສັດ BUMAR ຂອງໂປໂລຍໄດ້ສົ່ງມອບລົດຕັງລຸ້ນ Leopard 2PL ໃຫ້ກັບກອງທັບ ໂປໂລຍ ເຊິ່ງເປັນລຸ້ນປັບປຸງທີ່ຜະລິດໃນ
ເຢຍລະມັນ ເປັນລຸ້ນທັນສະໄໝທີ່ກອງທັບ ໂປໂລຍ ໄດ້ສັ່ງຊື້ໃນປີ 2000, ແຕ່ໄດ້ຮັບການຍົກສູງສະມັດຕະພາບສູ້ຮົບກ່ອນມອບຄືນໃຫ້ ໂປໂລຍ ອີກຄັ້ງ.
Leopard 2A4 ໄດ້ຮັບການອອກແບບ ແລະ ຜະລິດໂດຍບໍລິສັດ Kruss-Maffei ຂອງ ເຢຍລະມັນ. ໂດຍໄດ້ຕິດຕັ້ງອາວຸດປືນຂະໜາດ 120 ມມ
ເປັນອາວຸດຫຼັກ, ເຊິ່ງມັນໄດ້ຖືກພັດທະນາຄືນໃໝ່ໂດຍບໍລິສັດ Rhein­metall ແລະ ສາມາດຍິງລູກປືນໄດ້ 2 ປະເພດ, ນອກນັ້ນຍັງມີປືນກົນຂະໜາດ
7,62 ມມ ຕິດຕັ້ງຢູ່ທ້າຍລົດ, ຂັບເຄື່ອນດ້ວຍເຄື່ອງຈັກນໍ້າມັນກາຊວນທີ່ໃຫ້ຄວາມແຮງເຖິງ 1,500 ແຮງມ້າ, ແລ່ນໄວໄດ້ 72 ກິໂລແມັດຕໍ່ຊົ່ວໂມງ,
ສາມາດປະຕິບັດການໄດ້ 550 ກິໂລແມັດ.

     ຈຸດປະສົງຂອງການປັບປຸງແມ່ນເພື່ອຍົກສູງການຍິງໃຫ້ແມ່ນຢຳຂຶ້ນ, ລະບົບປ້ອງກັນ, ລະບົບສອດ ແນມເພີ່ມເຕີມຕະຫຼອດເຖິງຄວາມສະດວກສະບາຍ
ໃນການປະຕິບັດງານຂອງທະຫານປະຈໍາຢູ່ໃນລົດ ພ້ອມທັງເປັນຄັ້ງທໍາອິດ ທີ່ສາມາດຍິງກະສຸນ 2 ຊະນິດໄດ້.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 04/08/2021