ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເບລຣຸດຊີ ລົງນາມຈັດຊື້ອາວຸດຫຼາຍລາຍການ​ຈາກ ລັດ​ເຊຍ

     ອີງຕາມສໍານັກຂ່າວທາດຊ໌ລາຍ​ງານວ່າ: ເບລາຣຸດຊີ ໄດ້ລົງນາມການຈັດຊື້ອາວຸດຍຸດໂທປະກອນຈາກ ຣັດເຊຍ ຫຼາຍລາຍການໃນໄລຍະງານແຂ່ງຂັນກີລາການທະ
ຫານນາໆຊາດ 2020, ເຊິ່ງປະກອບດ້ວຍ ລົດຫຸ້ມເກາະລຸ້ນ BTR-82A ທີ່ບໍ່ໄດ້ລະບຸຈໍານວນຊັດເຈນ, ເຮລີກົບແຕ ໂຈມຕີລຸ້ນ Mi-35M ຈໍານວນ 4 ລໍາ ແລະ ລະບົບ
ປ້ອງກັນໄພທາງອາກາດໂດຍບໍ່ໄດ້ລະບຸລຸ້ນຈາກບໍລິສັດ Al­maz-Altey ມີກໍານົດສົ່ງ-ມອບໃນປີ 2025.

     ເຖິງແມ່ນວ່າ, ໃນຂະນະນີ້ສະຖານະການໃນ ເບລາຣຸດຊີ ຍັງບໍ່ທັນສະຫງົບກໍ່ຕາມແຕ່ມີຫຼາຍພາກ ສ່ວນຄາດການວ່າ: ການຈັດຊື້ອາວຸດຍຸດໂທປະກອນຈາກ ຣັດເຊຍ
ໃນຄັ້ງນີ້, ຈະເປັນການຈັດຊື້ເພື່ອນໍາມາ ທົດແທນອາວຸດທີ່ເກົ່າແກ່ບໍ່ທັນສະໄໝ. ຕາມປົກກະຕິຖ້າສັງເກດຈາກຍຸດໂທປະກອນທີ່ ເບລາຣຸດຊີ ຈັດຊື້ແລ້ວຖືວ່າບໍ່ມີອາວຸດທີ່
ພິເສດຫຼາຍ, ເຊິ່ງປັດຈຸບັນນີ້ກອງທັບ ເບລາຣຸດຊີ ໃຊ້ລົດຫຸ້ມເກາະລຸ້ນ BTR-70 ແລະ ລຸ້ນ BTR-80 ລຸ້ນທີ່ເກົ່າເປັນກໍາລັງຫຼັກ, ເຮລີກົບແຕ ໂຈມຕີກໍຍັງໃຊ້ງານລຸ້ນ Mi-
24 ລຸ້ນເກົ່າ. ດັ່ງນັ້ນ, ຈຶ່ງບໍ່ແປກວ່າ ເບລາຣຸດຊີ ຈະມີການຈັດຊື້ລົດຫຸ້ມເກາະລຸ້ນ BTR-82A ແລະ ເຮລີກົບແຕ ໂຈມຕີລຸ້ນ Mi-35M ມາເສີມກອງທັບເພື່ອທົດແທນອາ
ວຸດຍຸດໂທລຸ້ນເກົ່າ.