ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຝຣັ່ງ​ເປີດ​ໂຕ​ລົດ​ຫຸ້ມ​ເກາະ​ລຸ້ນ​ໃໝ່


ລົດ​ຫຸ້ມ​ເກາະ​ລຸ້ນ​ໃໝ່

     ຝຣັ່ງ ໄດ້ເປີດຕົວລົດຕົ້ນແບບ ລົດຫຸ້ມເກາະລຸ້ນໃໝ່ລຸ້ນ Jaguar 6x6 ຕໍ່ສາທາລະນະເປັນຄັ້ງທຳອິດທີ່ໂຮງງານຂອງ ບໍລິສັດ Nexter ເມືອງ ເຊໂຕຣີ.

     ລົດຫຸ້ມເກາະລຸ້ນ Jaguar ເປັນສ່ວນໜຶ່ງຂອງໂຄງການ Scorpion ຂອງກອງທັບ ຝຣັ່ງ ເຊິ່ງຍັງລວມເຖິງການປັບປຸງ ລົດຕັງ ແລະ ການຈັດຫາ ລົດ
ຫຸ້ມເກາະ VBMR léger 4x4 ເພື່ອທົດແທນລົດຫຸ້ມເກາະທີ່ປະຈຳການມາດົນ. ສຳລັບລົດຫຸ້ມເກາະ Jaguar 6x6 ຕິດຕັ້ງເຄື່ອງຈັກ 500 hp ສາມາດ
ແລ່ນດ້ວຍຄວາມໄວສູງສຸດໄດ້ 90 ກິໂລແມັດຕໍ່ຊົ່ວ​ໂມງ, ມີໄລຍະປະຕິບັດງານໄກສຸດ 800 ກິໂລແມັດ, ມີຄຸນສົມບັດໃນລະບົບຄວບຄຸມການ ລ້ຽວ
ດ້ວຍຕີນຫຼັງ, ມີລະບົບປັບຄວາມສູງຂອງພື້ນລົດຕາມສະພາບເສັ້ນທາງ, ເຊິ່ງໃຊ້ຕີນຍາງແບບ 14R20 ທີ່ມີຄຸນສົມບັດປັບແຮງດັນອາກາດ ພາຍໃນຕີນ
ແລະ ເຄື່ອນທີ່ຕໍ່ໄປເຖິງແມ່ນວ່າຕີນຈະບໍ່ມີລົມ.

     ລົດຫຸ້ມເກາະລຸ້ນນີ້, ມີອາວຸດຫຼັກເປັນປ້ອມປືນໃຫຍ່ມີລະບົບຮັກສາການຊົງຕົວແບບມີພົນປະຈຳ 2 ຄົນ ພ້ອມປືນໃຫຍ່ກົນ CTA 40mm ແລະ ລະ
ບົບປືນກົນ 7.62 ມມ ໃນປ້ອມປືນ Re­mote ເຊັ່ນດຽວກັບເປາະແທ່ນຍິງອາວຸດປ່ອຍນຳວິຖີຕໍ່ສູ້ລົດຕັງ 2 ນັດ ທີ່ທັງສອງດ້ານຂ້າງປ້ອມປືນມີຈະຫຼວດ
ພ້ອມຍິງ 4 ນັດ ແລະ ຈະຫຼວດສຳຮອງ 2 ນັດ.