ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ ພັດທະນາ​ລະບົບ​ລູກ​ສອນ​ໄຟ​ຕໍ່ຕ້ານ​ລົດ​ຕັງ ລຸ້ນ​ໃໝ່


ລູກ​ສອນ​ໄຟ​ຕໍ່ຕ້ານ​ລົດ​ຕັງ ລຸ້ນ​ໃໝ່

     ແຫຼ່ງຂ່າວການທະຫານ ອາຊຽນລາຍງານໂດຍອ້າງຂໍ້ມູນ ຈາກໂທລະພາບ ​ເຊ​ເຊ​ເຕ​ເວຂອງຈີນ ທີ່ໄດ້ນຳສະເໜີຮູບພາບຂອງການ ຍິງທົດລອງລົດຫຸ້ມ
ເກາະຄັນໜຶ່ງ ເຊິ່ງມີການຕິດຕັ້ງລະບົບລູກສອນ​ໄຟຕໍ່ຕ້ານລົດຕັງ.

     ລະບົບດັ່ງກ່າວນີ້ມີຊື່ຫຍໍ້ວ່າ ATGM ເຊິ່ງຖືກພັດທະນາໂດຍ ກອງທັບປົດປ່ອຍປະຊາຊົນ ຈີນ ແລະ ຈະນຳໄປຕິດຕັ້ງໃສ່ລົດຫຸ້ມເກາະ ຕີນຍາງແບບ
CSK181 4×4, ເພາະວ່າລົດລຸ້ນນີ້ສາມາດໄປໄດ້ທຸກສະພາບຂອງພູມີປະເທດ, ສ່ວນຂີດຄວາມສາມາດຂອງລະບົບລູກສອນໄຟ ປະເພດນີ້ຖືວ່າມີປະສິດ
ທິພາບສູງ, ເນື່ອງຈາກມັນສາມາດຍິງໄດ້ໄກເຖິງ 30-40 ກິໂລແມັດ, ມີຄວາມແນ່ນອນໃນການທໍາລາຍເປົ້າໝາຍ ແລະ ຍັງມີອະນຸພາບໃນການທຳລາຍ
ລ້າງສູງ ທີ່ສໍາຄັນມີຂະໜາດນ້ອຍກະທັດຮັດ.

     ນອກຈາກນີ້ຍັງມີລະບົບຈັບເປົ້າເຄື່ອນທີ່ດ້ວຍຄວາມໄວອີກດ້ວຍ, ໃຊ້ພົນທະຫານໃນການຄວບຄຸມທັງໝົດ 4 ຄົນ.

     ຢ່າງໃດກໍຕາມ, ພາຍຫຼັງທີ່ ທາງກອງທັບຈີນ ໄດ້ປະຕິບັດການທົດລອງແລ້ວ, ຄາດວ່າອາດຈະມີການວາງແຜນພັດທະນາ ແລະ ປັບປຸງບາງຈຸດຕື່ມ ເພື່ອ
ໃຫ້ສອດຄ່ອງກັບພູມີປະເທດ ຕົວຈິງ, ​ແລະ ຍັງບໍ່ມີການເປີດເຜີຍວ່າຈະນຳເຂົ້າປະຈຳການຢູ່ໜ່ວຍໃດຂອງກອງທັບຈີນ ຫຼື ຈະມີລຸ້ນສົ່ງອອກເປັນພິເສດຫຼືບໍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 05/01/2022