ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມຽນມາກຳ​ລັງ​ສ້າງ​ລົດ​ຕັງ​ເບົາ​ຕິດ​ປືນ​ໃຫ່ຍ 105 ມມ


ລົດຕັງເບົາຕິດປືນໃຫ່ຍ 105 ມມ

     ລົດຕັງຕິດປືນໃຫ່ຍ 105 ມມ ຂອງກອງທັບບົກມຽນມາ ເປັນລົດຕົ້ນແບບທີ່ມຽນມາປະກອບຂຶ້ນເອງພາຍໃນປະເທດ ແລະ ເປີດຕົວຢ່າງເປັນທາງການໃນພິທີສວນ
ສະໜາມວັນສ້າງຕັ້ງກອງທັບມຽນມາຄົບຮອບ 74 ປີ ເຊິ່ງ ຈັດຂຶ້ນໃນວັນທີ 27 ມີນາທີ່ຜ່ານມາ.

     ການຕິດຕັ້ງປືນໃຫຍ່ ແລະ ຮູບການຕ່າງໆແມ່ນມີພື້ນຖານມາຈາກ ລົດຫຸ້ມເກາະຕີນຢາງຕິດຕັ້ງປືນໃຫຍ່PTL-02(W­MA301) ທີ່ຜະລິດໂດຍ Norin­co ລັດວິ
ສາຫະກິດຜູ້ຜະລິດອາວຸດປືນລາຍໃຫຍ່ຂອງ ສປ ຈີນ. ຂໍ້ມູນເບື້ອງຕົ້ນໃຫ້ຮູ້ວ່າ: ລົດຕັງຮຸ່ນນີ້ມີການຕິດຕັ້ງເຄື່ອງຍິງລະເບີດຄັວນຈຳນວນ 8 ຊຸດ, ຂ້າງລະ 4ຊຸດ, ມີປືນ
ໃຫຍ່ຂະໜາດ 105 ມມ, ນອກຈາກນີ້ຍັງມີການຕິດຕັ້ງປືນກົນຂະໜາດ 30 ມມ ແລະ ປືນກົນຮ່ວມແກນ ຂະໜາດ 12,7ມມ ແລະ ລະບົບປ້ອງກັນການໂຈມຕີຍັງບໍ່ມີ
ການເປີດເຜີຍຂໍ້ມູນໃດໆ. ຕາມການລາຍງານກ່ອນໜ້ານີ້, ໜ່ວຍງານດ້ານການນຳເຂົ້າ-ສົ່ງອອກອາວຸດຍຸດໂທປະກອນ ໃນເຄືອ Ukroboronprom ເຊິ່ງເປັນລັດວິສາ
ຫະກິດດ້ານອຸດສາຫະກຳປ້ອງກັນຊາດຂອງອູແກຣນ ໄດ້ລົງນາມຂໍ້ຕົກລົງການຮ່ວມທຶນລະຫວ່າງ ມຽນມາ-ອູແກຣນສຳລັບໂຄງການສ້າງ ແລະ ປະກອບຍານເກາະໃນ
ມຽນມາ ປະກອບດ້ວຍການຜະລິດໃໝ່ທັງໝົດ ແລະ ການປັບປຸງບາງຈຸດເຊິ່ງຈະເລີ່ມລົງມືປະຕິບັດຕົວຈິງພາຍໃນປີ 2020 ຫຼັງຈາກໄດ້ລົດຕົ້ນແບບແລ້ວ.