ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເກົາຫຼີລໃຕ້ ເປີດເຜີຍຂໍ້ມູນການ​ຜະລິດເຮືອບິນສູ້ຮົບລຸ້ນໃໝ່


ເຮືອບິນສູ້ຮົບລຸ້ນໃໝ່

     ຕາມຂ່າວຈາກໜັງສືພິມ ກອງທັບປະຊາຊົນ ຫວຽດນາມ ໃຫ້ຮູ້ວ່າ: ກະຊວງປ້ອງກັນປະເທດ ເກົາຫຼີລໃຕ້ໄດ້ເປີດເຜີຍຂໍ້ມູນ ແລະ ຮູບພາບການປະກອບເຮືອບິນສູ້ຮົບ
KF-X ລຸ້ນໃໝ່ເປັນຄັ້ງທໍາອິດເຊີ່ງຜະລິດໂດຍໂຮງງານ Saechon ຂອງເກົາຫຼີລໃຕ້.

     ຕາງໜ້າອົງການຈັດຊື້ອາວຸດຍຸດໂທປະກອນປ້ອງກັນຊາດ ເກົາຫຼີໃຕ້ ໃຫ້ຮູ້ວ່າ: ສ່ວນປະກອບຫຼັກຂອງເຮືອບິນສູ້ຮົບ KF-X ລຸ້ນໃໝ່ຂອງ ເກົາຫຼີລໃຕ້ ພື້ນຖານແມ່ນ
ຜະລິດຈາກໂຮງງານ Sa­echon ເປັນຕົ້ນຕໍ ແລະ ຄາດວ່າຈະໃຫ້ສໍາເລັດໃນຕົ້ນປີ 2021 ທີ່ຈະມາເຖິງເພາະທາງໂຮງງານໄດ້ໃຫ້ຄວາມສໍາຄັນໃນການສ້າງ ເຮືອບິນສູ້ຮົບ
ລຸ້ນດັ່ງກ່າວເປັນພິເສດ.

     ເຮືອບິນສູ້ຮົບ KF-X ລຸ້ນໃໝ່ ຂອງ ເກົາຫຼີລໃຕ້ ຈະມີຄວາມຄ້າຍຄືກັບເຮືອບິນສູ້ຮົບລຸ້ນ F-22, F-35 ຂອງ ສະຫະລັດອາເມຣິກາ ແລະ TF-X ຂອງ ຕວກກີ. ຜູ້ຊ່ຽວ
ຊານທາງດ້ານການທະຫານສາກົນຍັງໄດ້ຢັ້ງຢືນວ່າ: ເຮືອບິນສູ້ຮົບລຸ້ນໃໝ່ຂອງ ເກົາຫຼີລໃຕ້ ແລະເຮືອບິນຂອງສູ້ຮົບຂອງ ສະຫະລັດອາເມຣິກາ ແລະ ຕວກກີ ມີຄວາມຄ້າຍ
ຄືກັນມັນບໍ່ແມ່ນເລື່ອງແປກຫຍັງເພາະວ່າບໍລິສັດຜະລິດເຮືອບິນຊັ້ນນຳຂອງ ເກົາຫຼີລໃຕ້ ແມ່ນຄູ່ຮ່ວມມືຫຼັກຂອງ ບໍລິສັດ ລອກຮິດມາຕິນ ສະຫະລັດອາເມຣິກາ.