ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ ຈະສ້າງ​ສະຖານີ​ສົ່ງ​ສັນຍານ 5G ​ແຫ່ງ​ໃໝ່ຫຼາຍກວ່າ 6 ແສນແຫ່ງ​ໃນ​ປີ 2021


     ສຳນັກຂ່າວ ຊິນຮ່ວາລາຍງານໃຫ້ຮູ້ວ່າ: ທ່ານ ສຽວ ຢາ ຊິງ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ຂໍ້ມູນຂ່າວສານຈີນ ກ່າວວ່າໃນປີ 2021, ຈີນ
ຈະດຳເນີນການສ້າງ ແລະ ນຳໃຊ້ເຄືອຂ່າຍ 5G ເລັ່ງລັດສ້າງເຄືອຂ່າຍສັນຍານ 5G ໃຫ້ສາມາດປົກຄຸມໃນຕົວເມືອງທີ່ສຳຄັນຕ່າງໆ ຊຸກຍູ້ການສ້າງສາຮ່ວມ
ກັນ ແລະ ຊົມໃຊ້ຮ່ວມກັນ, ຈະສ້າງສະຖານີສົ່ງ ສັນຍານ 5G ແຫ່ງໃໝ່ຫຼາຍກວ່າ 6 ແສນແຫ່ງ.

     ໃນກອງປະຊຸມວຽກງານດ້ານອຸດສາຫະກຳ ແລະ ການຫັນເປັນຂໍ້ມູນຂ່າວສານ ທົ່ວປະເທດ ປີ 2021 ທີ່ຈັດຂຶ້ນໃນມື້ດຽວກັນ, ທ່ານ ສຽວ ຢາ ຊິງ
ກ່າວວ່າ: ຈີນ ຈະດຳເນີນການທົດລອງນຳໃຊ້ສັນຍານການຄົ້ນຄວ້າພັດທະນາ ແລະ ນຳໃຊ້ເຕັກໂນໂລຊີການສື່ສານຜ່ານມືຖື 5G ເຂົ້າໃນຂະແໜງການອຸດ
ສາຫະກຳ ໂດຍສຸມໃສ່ 10 ຂະແໜງການຕົ້ນຕໍ, ສ້າງໂຄງການອຸດສາຫະກຳຕົວແບບ 20 ໂຄງການ.

     ນອກຈາກນີ້, ກະຊວງອຸດສາຫະກຳ ແລະ ຂໍ້ມູນຂ່າວສານຈີນ ຍັງຈະຊຸກຍູ້ການປັບປຸງ ແລະ ຍົກລະດັບອິນເຕີເນັດ, ຊຸກຍູ້ໃຫ້ຜູ້ໃຊ້ນໍາໃຊ້ສັນຍານ 5G
ໃຫ້ມີຈຳນວນເພີ່ມຂຶ້ນຫຼາຍກວ່າ 200 ລ້ານຄົນ.