ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຮືອດຳນໍ້າຍຸດທະສາດລຸ້ນໃໝ່ຂອງກອງທັບ ຣັດເຊຍ


     ສຳນັກຂ່າວຕາດລາຍງານໃນ ວັນທີ 1 ມິຖຸນາ ນີ້ວ່າ: ຜູ້ອຳນວຍການໃຫຍ່ຂອງ ບໍລິສັດຜະລິດກຳປັ່ນ ໄດ້ອອກມາຖະແຫຼງການວ່າປັດຈຸບັນນີ້ ກອງ
ທັບເຮືອ ຣັດເຊຍ ເລີ່ມທົດລອງກຳປັ່ນດຳນໍ້ານິວເຄລຍພິເສດ K-329 Belgorod ແລະ ອາວຸດລຸ້ນໃໝ່ຂອງເຮືອດຳນໍ້ານິວເຄລຍຍຸດທະສາດ ຂອງກອງ
ທັບເຮືອ ຣັດເຊຍ.

     ໃນເບື້ອງຕົ້ນຄາດການວ່າເຮືອລໍາ ດັ່ງກ່າວ ມີກໍານົດຈະສ້າງສໍາເລັດ ໃນປີໜ້າ. ແຕ່ຕົວຈິງຈະສຳເລັດກ່ອນກຳນົດ ໃນປີ 2022, K-329 Belgorod
ໄດ້ຖືກສ້າງຂື້ນໃນໂຄງການເຮືອດຳນ້ຳນິວເຄລຍອະເນກປະສົງ 949A, ແຕ່ໂຄງການດັ່ງກ່າວ ໄດ້ຖືກຢຸດຊົ່ວຄາວໃນປີ 2012, ແຕ່ຕໍ່ມາໄດ້ມີການເຈລະຈາ
ແລະ ເລີ່ມກໍ່ສ້າງຄືນໃໝ່ໃນປີ 2019.

     ປັດຈຸບັນ, ໃນແຜນການພັດທະນາຮ່ວມຂອງກຳລັງນິວເຄລຍ ຍຸດທະສາດ ຂອງ ຣັດເຊຍ, ມີບັນດາໂຄງການໃໝ່ພວມໄດ້ຮັບການກໍ່ສ້າງ, ໃນນັ້ນ
ແມ່ນການສ້າງເຮືອດໍານໍ້າຍຸດທະສາດ ແລະ ບັນດາອາວຸດຍຸດໂທປະກອນຕ່າງໆ ຂອງເຮືອ.

     ໂຄງການດັ່ງກ່າວ ສຳເລັດຈະມີຜົນດີຕໍ່ກອງທັບເຮືອ ຣັດເຊຍ ໃນອະນາຄົດ, ເຮືອດຳນ້ຳລຸ້ນໃໝ່ນີ້ແມ່ນໄດ້ຮັບການກໍ່ສ້າງເພື່ອຈຸດປະສົງພິເສດ, ມີອາ
ວຸດທີ່ທັນສະໄໝ. ໂຄງການກໍ່ສ້າງກຳປັ່ນດຳນ້ຳນິວເຄລຍຕິດຕັ້ງຂີປະນາວຸດລຸ້ນໃໝ່ ຈະເພີ່ມທະວີກຳລັງຍຸດທະສາດຂອງກອງທັບເຮືອ ຣັດເຊຍ ໃນອະນາ
ຄົດຢ່າງເຂັ້ມແຂງທັນສະໄໝຢ່າງກ້າວໜ້າໄປກ່ອນຄູ່ແຂ່ງສະເໝີ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 06/06/2022