ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫຸ່ນຍົນ Bliss ຊ່ວຍເດັກນ້ອຍອໍທິສຕິກ


ຫຸ່ນຍົນ Bliss

     ຫຸ່ນຍົນ Bliss ຊ່ວຍເດັກນ້ອຍອໍທິສຕິກ ສົ່ງເສີມພັດທະນາການຮຽນຮູ້ດ້ວຍຕົນເອງ ເຊິ່ງມີຫຼາຍຄັ້ງທີ່ສິ່ງປະດິດ ຫຼື ນະວັດຕະກຳເກີດຂຶ້ນຈາກບັນຫາຂອງຜູ້ສ້າງ ແລະ
ການແກ້ໄຂບັນຫາບໍ່ພຽງຕອບໂຈດຂອງຕົນເອງເທົ່ານັ້ນ ແຕ່ຍັງມີປະໂຫຍດແກ່ສັງຄົມໂດຍລວມຄືກັນກັບຫຸ່ນຍົນນີ້ ທີ່ປະດິດຂຶ້ນເປັນຜູ້ຊ່ວຍສົ່ງເສີມການຮຽນຮູ້ຂອງເດັກ
ນ້ອຍອໍທິສຕິກ.ໂຄງການ ຫຸ່ນຍົນ Bliss ເປັນ 1 ໃນ 116 ໂຄງການທີ່ໄດ້ຮັບເງິນທຶນສະໜັບໜູນຈາກກອງທຶນພັດທະນາຜູ້ປະກອບການເທັກໂນໂລຢີ ແລະ ນະວັດຕະກຳ
(TED Fund).

     ຫຸ່ນຍົນນີ້ ເປັນຫຸ່ນຍົນອັດຕະໂນມັດ ແບບເຄື່ອນທີ່ໄດ້ໃຊ້ສະໜັບສະໜູນກິດຈະກໍາສົ່ງເສີມພັດທະນາການໃນເດັກນ້ອຍອໍທິສຕິກ ທີ່ມີຮູບແບບຮອງຮັບກິດຈະກຳໄດ້
ຫຼາກຫຼາຍ ເພື່ອໃຫ້ສາມາດຮຽນຮູ້ຄົ້ນຫາຂໍ້ມູນເພີ່ມທັກສະຕາມລະດັບພັດທະນາການ ຂອງແຕ່ລະໄລຍະອາຍຸພ້ອມທັງການຮຽນຮູ້ວິທີຄວບຄຸມຕົນເອງການ ປະຕິສໍາພັນ
ກັບຜູ້ອື່ນໃນສັງຄົມ ຜ່ານການຫຼິ້ນເກມຕາມກະຕິກາສົ່ງເສີມພັດທະນາການໄດ້ຫຼາຍຄັ້ງຕາມຄວາມຈໍາເປັນ ໂດຍຫຸ່ນຍົນຈະບໍ່ສະແດງພຶດຕິກຳໃນທາງລົບແຕ່ຈະໃຊ້ຫຼັກ
ການເສີມກໍາລັງໃນທາງບວກ ຮຽນຮູ້ປັບປ່ຽນການກະຕຸ້ນພັດທະນາການໃຫ້ເໝາະສົມກັບເດັກນ້ອຍໄດ້ເອງ ລວມເຖິງການຊ່ວຍຕິດຕາມພັດທະນາ ແລະ ແນະນໍາກິດຈະ
ກໍາທີ່ເໝາະສົມ ໃຫ້ຜູ້ປົກຄອງສົ່ງເສີມພັດທະນາການເດັກ ອໍທິສຕິກ ດ້ວຍຕົນເອງທີ່ເຮືອນ ໂດຍມີຜູ້ຊ່ຽວຊານຕິດຕາມຜົນ ແລະ ວິເຄາະເພື່ອແນະນໍາປັບປ່ຽນກິດຈະກໍາບໍາ
ບັດໃຫ້ເໝາະສົມກັບພັດທະນາການຂອງເດັກນ້ອຍນັ້ນເອງ.

     ດັ່ງນັ້ນ ຫຸ່ນຍົນ Bliss ຈຶ່ງມີທ່າອ່ຽງເປັນຜູ້ຊ່ວຍໃຫ້ຜູ້ປົກຄອງ ໃນການສົ່ງເສີມການຮຽນຮູ້ຂອງ ເດັກນ້ອຍໄດ້ເອງທີ່ເຮືອນຢ່າງຕໍ່ເນື່ອງທີ່ປະເຊີນກັບຄວາມທ້າທາຍໃນ
ການຮຽນຮູ້ຕ່າງໆໄດ້ ຢ່າງໝັ້ນໃຈ.