ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນເດຍ ຈະ​ຊື້​ໃຫ່ຍອັດຕາ​ຈອນ​ຈຳນວນຫຼາຍ


ປືນໃຫຍ່ອັດຕາຈອນຂະໜາດ 155 ມມລຸ້ນ K-9

     ກະຊວງປ້ອງກັນປະເທດຂອງ ອິນເດຍ ມີແຜນຈັດຊື້ລະບົບປືນໃຫຍ່ອັດຕາຈອນຂະໜາດ 155 ມມ ລຸ້ນ K-9 ເພີ່ມຈໍາ ນວນ 200 ກະບອກ, ພາຍ
ໃຕ້ ງົບປະມານ 44,000 ລ້ານບາດ (ສະກຸນເງິນໄທ).

     ນັກວິເຄາະຄາດການວ່າຈະມີການລົງນາມລະຫວ່າງກອງທັບ ກັບບໍລິສັດຜະລິດອາວຸດພາຍໃນປີນີ້.

     ເຊິ່ງການສັ່ງຊື້ອາວຸດຍຸດໂທປະກອນທາງການທະຫານຄັ້ງໃຫຍ່ ທີ່ຈະສ້າງຄວາມມັ້ນຄົງໃຫ້ແກ່ອຸດສາຫະກໍາທາງທະຫານ ຂອງເອກະຊົນ ອິນເດຍ ທັງ
ເປັນການເສີມຄວາມທັນສະໄໝຂອງກອງທັບ ອິນເດຍ ຄຽງຄູ່ກັບການລຸດຜ່ອນການນໍາເຂົ້າອາວຸດຈາກຕ່າງປະເທດ.

     K-9 ເປັນປືນໃຫຍ່ອັດຕາຈອນທີ່ຂັບເຄື່ອນໄດ້ດ້ວຍໂຕເອງ ທັງທີ່ນໍ້າໜັກຂອງມັນມີເຖິງ 50 ໂຕນ, ສາມາດຍິງໄດ້ໄກ 50 ກິ ໂລແມັດ. ປັດຈຸບັນ
ທາງບໍລິສັດ ໄດ້ຜະລິດປືນໃຫຍ່ລຸ້ນນີ້ໃຫ້ທາງ ກອງທັບ ກວ່າ 100 ກະບອກແລ້ວ, ໃນວົງເງິນ 19.000 ລ້ານບາດ ແລະ ບໍລິສັດກໍໄດ້ສົ່ງປືນໃຫຍ່ ໄດ້
ຕາມກໍານົດເວລາ, ສາມາດຕອບສະໜອງຄວາມຕ້ອງການຂອງກອງທັບ ອິນເດຍ ທີ່ຕ້ອງການໃຫ້ກອງທັບມີຄວາມທັນສະໄໝກວ່າເກົ່າ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 07/02/2022