ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮັດເຊຍ ພ້ອມ​ຂາຍຂີ​ປະນາ​ວຸດປ້ອງກັນ S-400 ໃຫ້ ອີຣານ


ຂີ​ປະນາ​ວຸດປ້ອງກັນ S-400

     ສຳນັກຂ່າວ ຊິນຮວາ ລາຍງານ ໃນວັນທີ 5 ຕຸລາ 2020 ວ່າ: ນັກການທູດຂອງ ຮັດເຊຍ ປະຈໍາ ອີຣານ ໄດ້ຖະແຫຼງການໃນວັນ ອາທິດ ທີ່ຜ່ານມາໂດຍທາງການ
ຣັດເຊຍ ມີຄວາມພ້ອມທີ່ຈະສົ່ງລະບົບປ້ອງກັນໄພທາງອາກາດ S-400 ໃຫ້ ກອງທັບພິທັກອີຣານ ພາຍຫຼັງ ສປຊ ຍົກເລີກການສັ່ງຫ້າມຊື້ຂາຍອາວຸດແກ່ອີຣານ.

     ດັ່ງທີ່ເປັນຂ່າວຜ່ານມາ ຣັດເຊຍ ເຄີຍຂາຍຂີປະນາວຸດ S-300 ໃຫ້ກັບ ກອງທັບພິທັກອີຣານ ມາແລ້ວ ສະນັ້ນ, ຣັດເຊຍ ຄິດວ່າມັນຈະບໍ່ມີບັນຫາໃນການຈັດຈະສົ່ງ
S-400 ໃຫ້ກັບ ອີຣານ ອີກ ເພາະການຊື້ ຂາຍເປັນໄປໄດ້ດີໃນເບື້ອງຕົ້ນທາງການຣັດເຊຍກ່າວວ່າບໍ່ຈໍາເປັນຈະຕ້ອງໄປສົນໃຈກັບການຕໍ່ຕ້ານຂອງ ສະຫະລັດອາເມຣິກາ
ຕໍ່ກັບການຂາຍອາວຸດໃຫ້ກັບ ອີຣານ ເພາະ ສປຊ ໄດ້ອະນຸຍາດໃຫ້ອີຣານມີສິດຊື້ຂາຍອາວຸດພາຍຫຼັງສິ້ນສຸດການຂວໍ້າບາດ ໃນວັນທີ 18 ຕຸລາ ນີ້. ສ່ວນ ອີຣານ ເອງກໍ
ມີຈຸດປະສົງໃນການສັ່ງຊື້ອາວຸດຈາກ ຣັດເຊຍ ຕະຫຼອດມາ.