ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດ ຣັດເຊຍ ດຳ​ເນີນ ການ​ກວດກາ​ຄວາມ​ພ້ອມ​ຂອງ​ກອງທັບ​ຕົນ


     ສໍານັກຂ່າວຊິນຮວາໃຫ້ຮູ້ເມື່ອ ວັນທີ 7 ເມສານີ້ວ່າ: ທ່ານ ໂຊຍກຸ ລັດຖະມົນຕີກະຊວງປ້ອງກັນປະເທດ ຣັດເຊຍ ໄດ້ປະກາດວ່າ, ກະຊວງປ້ອງກັນປະ
ເທດ ຣັດເຊຍ ຈະດຳເນີນການກວດກາຄວາມພ້ອມໃນການກຽມພ້ອມສູ້ຮົບຢູ່ບັນດາຖານທັບການທະຫານ ນັບແຕ່ມື້ວັນທີ 6 ເມສາ.

     ທ່ານກ່າວວ່າ, ການກວດກາຄວາມພ້ອມໃນການກຽມພ້ອມສູ້ຮົບຮອບນີ້, ຈະກວດກາກ່ຽວກັບການປະກອບອາວຸດຕ່າງໆຂອງກອງທັບ ຣັດເຊຍ ໃນ
ຖານທັບ ແລະ ໝູ່ເກາະ. ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ທຸກເລົ່າທັບຍົກສູງຄຸນນະພາບໃນການ​ເຝິກອົບຮົມ, ຄວາມປອດໄພຂອງບຸກຄະລາກອນ ແລະ ອຸປະກອນ
ການທະຫານກໍຄວນໄດ້ຮັບການຮັບປະກັນໃນໄລຍະການກວດກາກຽມພ້ອມສູ້ຮົບດັ່ງກ່າວ. ວັນທີ 6 ເມສາ, ກະຊວງປ້ອງກັນປະເທດ ຣັດເຊຍ ກໍໄດ້ເປີດ
ເຜີຍກ່ຽວກັບການກວດກາຄວາມພ້ອມຂອງກຳລັງລູກສອນໄຟຍຸດທະສາດ ແລະ ກຳລັງລູກສອນໄຟປ້ອງກັນອາກາດ. ຕາມແຜນການກວດກາຄັ້ງນີ້, ກະ
ຊວງປ້ອງກັນປະເທດ ຍັງຈະສືບຕໍ່ກວດກາຄວາມພ້ອມຂອງແຕ່ລະຫົວໜ່ວຍກົມກອງຈົນຮອດທ້າຍເດືອນນີ້.