ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປືນໃຫຍ່ອັດຕາຈອນ Zu­zana ​ແລະ Zu­zana 2 ເຊັກໂກສະໂລວາກີ


     ປືນໃຫຍ່ອັດຕາຈອນ Zu­zana ຂະໜາດ 155 ມມ ຂອງ ສະໂລວາກີ ຖືກພັດທະນາຕໍ່ຍອດມາຈາກປືນໃຫຍ່ອັດຕາຈອນ ຂະໜາດ 155 ມມ
DANA ຂອງອະດີດ ເຊັກໂກສະໂລວາກີ ເພື່ອໃຫ້ໃຊ້ກະສຸນຂະໜາດ 155 ມມ ຕາມມາດຖານຂອງ NATO ໄດ້, ເຊິ່ງຕົ້ນແບບຂອງປືນດັ່ງກ່າວແມ່ນ
ຖືກຜະລິດຂຶ້ນມາຄັ້ງທໍາອິດ ໃນປີ 1995. ປັດຈຸບັນກອງທັບສະໂລວາກີ ມີໄວ້ນໍາໃຊ້ 16 ລະບົບ, ບໍ່ລວມຕົ້ນແບບ.

     ປືນໃຫຍ່ອັດຕາຈອນ Zuza­na ມີນໍາໜັກທັງໝັດ 28 ໂຕນ, ໃຊ້ປືນໃຫຍ່ຂະໜາດ 155 ມມ, ຄວາມຍາວຂອງລໍາກ້ອງ 45 ກາລີເບີ, ຕິດຕັ້ງໃສ່
ເທິງລົດບັນທຸກຫຸ້ມເກາະ Tatra 8x8, ມີ ລະບົບບັນຈຸກະສຸນອັດຕະໂນມັດ,ອັດຕາການຍິງ 5-6 ນັດຕໍ່ນາທີ. ປືນດັ່ງກ່າວຍັງສາມາດບັນຈຸກະສຸນແບບ
ໃຊ້ມືໄດ້ເຊັ່ນກັນ, ແຕ່ອັດຕາການຍິງຈະຫຼຸດລົງເຫຼືອພຽງ 2 ນັດຕໍ່ນາທີ. ນອກນີ້, ປືນດັ່ງກ່າວຍັງບັນຈຸກະສຸນໄດ້ 40 ນັດ, ແບ່ງອອກເປັນ 3 ຊະນິດຄື: ກະ
ສຸນລະເບີດແຮງສູງ, ກະສຸນລະເບີດແຮງສູງຕໍ່ໄລຍະ ແລະ ກະສຸນລະເບີດແຮງສູງ ຕໍ່ຕ້ານລົດຕັງ, ມີໄລຍະຍິງໄກສຸດ 40 ກິໂລແມັດ. ນອກຈາກປືນໃຫຍ່
ແລ້ວ Zuza na ຍັງມີປືນກົນໜັກຂະໜາດ 12,7 ມມ ໄວ້ປ້ອງກັນຕົວອີກ. ລົດບັນທຸກປືນໃຫຍ່ອັດຕາຈອນ Zuza na ໃຊ້ລະບົບຂັບເຄື່ອນດ້ວຍເຄື່ອງ
ຈັກນໍ້າມັນກາຊວນ Tatra T3-930-52 ຂະໜາດ 355 ແຮງມ້າ, ມີຄວາມໄວສູງສຸດ 80 ກິໂລແມັດຕໍ່ຊົ່ວໂມງ, ໄລຍະປະຕິບັດການ 750 ກິໂລແມັດ.

     ຕໍ່ມາ, ພາຍຫຼັງທີ່ປືນໃຫຍ່ອັດຕາຈອນ Zuza na ເຂົ້າປະຈໍາການໄດ້ໄລຍະໜຶ່ງ, ສະໂລວາກີ ກໍໄດ້ພັດທະນາຍົກລະດັບເປັນ Zuza na 2, ໂດຍປ່ຽນ
ໄປໃຊ້ປືນໃຫຍ່ຂະໜາດ 155 ມມ, ຄວາມຍາວຂອງລໍາກ້ອງ 52 ກາລີເບີແທນ, ເຮັດໃຫ້ມີນໍ້າໜັກເພີ່ມຂຶ້ນເປັນ 42 ໂຕນ, ມີໄລຍະຍິງ 41 ກິໂລແມັດ,
ລະບົບຂັບເຄື່ອນປ່ຽນໄປໃຊ້ເຄື່ອງຈັກນໍ້າມັນກາຊວນ Tatra T3B-928,70, ຂະໜາດ 442 ແຮງມ້າ, ຄວາມໄວສູງສຸດ 80 ກິໂລແມັດຕໍ່ຊົ່ວໂມງ, ໄລ
ຍະປະຕິບັດການ 600 ກິໂລແມັດ. ຜ່ານການທົດສອບໃນປີ 2009, ກອງທັບສະໂລວາກີ ໄດ້ຄົ້ນຄ້ວານໍາເຂົ້າປະຈໍາການຈໍານວນ 25 ລະບົບ ແລະ ໄດ້ຮັບ
ມອບໃນລະຫວ່າງປີ 2021-2022 ເຮັດໃຫ້ ປັດຈຸບັນ ກອງທັບສະໂລວາກີ ມີປືນໃຫຍ່ອັດຕາຈອນ Zuza na ແລະ Zuza na 2 ໃຊ້ງານຮ່ວມກັນຈໍາ
ນວນ 41 ລະບົບ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 08/08/2022