ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໄປສະນີ​ຈີນ​ ຈັບ​ມື​ກັບ​ເອກ​ະຊົນ​ໃຊ້ໂດຣນຂົນ​ສົ່ງພັດສະດຸຂ້າມທະເລ​ເປັນ​ຄັ້ງ​ທຳ​ອິດ


     ສຳນັກຂ່າວຊິນຮວາລາຍງານໃນວັນທີ 4 ກໍລະກົດ 2019 ວ່າ: ສະໜາມບິນເຮືອບິນບໍ່ມີຄົນຂັບ (UAV) ຂອງຈີນອອກປະຕິບັດການບິນຂົນສົ່ງພັດສະດຸເປັນໄລຍະ
ທາງ 110 ກິໂລແມັດພາຍໃນເວລາພຽງ 52 ນາທີ ຈາກນະຄອນຊຽງໄຮ້ໄປຍັງໝູ່ເກາະໂຈວຊັນ ມົນທົນເຈີ້ຈຽງ ນັບເປັນຄັ້ງທຳອິດຂອງຈີນທີ່ມີການໃຊ້ ໂດຣນ ຂະໜາດ
ໃຫຍ່ໃນການຂົນສົ່ງພັດສະດຸໄປສະນີຂ້າມທະເລ.

     ປະຕິບັດການຄັ້ງນີ້ເກີດຈາກຄວາມຮ່ວມມືລະຫວ່າງ ບໍລິສັດຢູ ວີເອສ ອິນເທວລິເຈນ ຊິສເຕັມ ເປັນບໍລິສັດຜູ້ຜະລິດໂດຣນ ຂອງເອກະຊົນໃນນະຄອນຊຽງໄຮ້ ກັບບໍລິ
ສັດໄຊນ່າໂພສ ໜ່ວຍງານລັດຖະການທີ່ຄວບຄຸມກິດຈະການໄປສະນີຈີນ. ທາງດ້ານບໍລິສັດຢູວີເອສ ລະບຸວ່າ: ໂດຣນຂົນສົ່ງສິນຄ້າຮຸ່ນ U-650 ອອກປະຕິບັດການ ສົ່ງ
ພັດສະດຸເປັນຄັ້ງທຳອິດເມື່ອ ວັນທີ 29 ພຶດສະພາ 2019 ທີ່ຜ່ານມາໂດຍຂົນສົ່ງສິນຄ້າທີ່ມີນໍ້າໜັກເຖິງ 200 ກິໂລກຣາມ ຈາກເຂດຈິນຊານນະຄອນຊຽງໄຮ້ ໄປຍັງໝູ່
ເກາະເຊີ່ງຊື ເຊິ່ງເປັນສ່ວນໜຶ່ງຂອງໝູ່ເກາະໂຈວຊັນ ມົນທົນເຈີ້ຈຽງ ຄິດເປັນໄລຍະທາງ 110 ກິໂລແມັດ ໂດຍບິນທີ່ຄວາມໄວສະເລ່ຍ 135 ກິໂລ ແມັດຕໍ່ຊົ່ວໂມງ ແລະ
ໃຊ້ເວລາຂົນສົ່ງພຽງ 52 ນາທີເທົ່ານັ້ນ.

     ດ້ານໄຊນ່າ ໂພສຢືນຢັນວ່າປະຕິບັດການດັ່ງກ່າວເປັນຄັ້ງທຳອິດ ຂອງການຂົນສົ່ງພັດສະດຸຂ້າມທະເລແບບໃຊ້ໂດຣນຂອງປະເທດຈີນ. ທັງນີ້ໂດຣນ U-650 ມີຄວາມ
ຍາວ 5,85 ແມັດ ຜະລິດດ້ວຍວັດສະດຸຄາບອນໄຟເບີ ສາມາດບິນເໜືອຜິວນ້ຳໄດ້ 15 ຊົ່ວໂມງດ້ວຍຄວາມໄວ 180 ກິໂລແມັດຕໍ່ຊົ່ວໂມງ ແລະ ສາມາດບິນໄກໄດ້ເຖິງ
2.000 ກິໂລແມັດ ພ້ອມກັນນີ້ຍັງສາມາດລົງຈອດຕາມ​ເສັ້ນທາງໄລຍະສັ້ນທີ່ຍັງບໍ່ໄດ້ຮັບການປັບຜິວລວມທັງທົ່ງຫຍ້າ ແລະ ໜ້ານໍ້າອີກດ້ວຍ.