ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລະບົບປ້ອງກັນໄພທາງອາກາດລຸ້ນ HQ-22 ຂອງ ສປ ຈີນທີ່​ມີ​ຄວາມ​ທັນ​ສະ​ໄໝ


     ສຳນັກຂ່າວເຈນລາຍງານ ໃນວັນທີ 5 ສິງຫາ ນີ້ວ່າ: ປັດຈຸບັນນີ້, ກອງທັບປົດປ່ອຍປະຊາຊົນຈີນກຳລັງຊ້ອມຮົບທາງບົກ, ນ້ຳ ແລະ ອາກາດ, ເຊິ່ງແນ່
ນອນວ່າ ສປ ຈີນ ໄດ້ນໍາເອົາລະບົບອາວຸດຍຸດໂທປະກອນຕ່າງໆອອກມາສະແດງແສນຍານຸພາບ, ໜຶ່ງໃນນັ້ນກໍຄືລະບົບປ້ອງກັນໄພທາງອາກາດລຸ້ນ FK-3
ຫຼື HQ-22.

     ສຳລັບລະບົບປ້ອງກັນໄພທາງອາກາດ HQ-22 ເປັນລຸ້ນຍິງ ຈາກພຶ້ນສູ່ອາກາດພິໄສໄກ, ໂດຍມີໄລຍະຍິງໄກເຖິງ 1.300 ກິໂລແມັດ, ມີຄວາມຍາວ 7
ແມັດ, ເສັ້ນຜ່າສູນກາງ 70 ຊັງຕີແມັດ, ນ້ຳໜັກລວມ 180 ກິໂລກຣາມ, ຍິງໃນເພດານສູງສຸດ 170 ກິໂລແມັດ ແລະ ມີລັດສະໝີທຳລາຍລ້າງ 27 ກິໂລ
ແມັດ. ລະບົບດັ່ງກ່າວຈະຖືກຕິດຕັ້ງໃສ່ລົດບັນທຸກຂະໜາດ 8x8 ທີ່ມີການອອກແບບມາ ໂດຍສະເພາະເຊິ່ງຖືວ່າເປັນລະບົບປ້ອງກັນໄພທີ່ມີຄວາມທັນສະ
ໄໝ ແລະ ຄວາມກ້າວໜ້າທາງດ້ານການທະຫານທຽບເທົ່າກັບລະບົບ ແພກຕີຣອດຂອງ ສະຫະລັດອາເມຣິກາ.

     ກ່ອນໜ້ານັ້ນ ກອງທັບແຊກບີ ໄດ້ນຳເອົາລະບົບປ້ອງກັນໄພທາງອາກາດລຸ້ນ FK-3 ຫຼື HQ-22 ທີ່ກອງທັບແຊກບີ ໄດ້ສັ່ງຊື້ຈາກ ສປ ຈີນ ມາສະແດງ
ແລະ ນຳໄປຕິດຕັ້ງໃນກອງທັບ. ພ້ອມນັ້ນກໍໄດ້ມີການທົດລອງນຳໃຊ້ແລ້ວເຫັນວ່າມີປະສິດທິພາບສູງ. ດັ່ງນັ້ນ, ຫຼາຍຊາດໃນ ເອີຣົບ ແລະ ຕະເວັນອອກກາງ
ກໍໄດ້ໃຫ້ຄວາມສົນໃຈກັບລະບົບປ້ອງກັນໄພດັ່ງກ່າວ ເຊິ່ງຄາດວ່າຈະມີການສົນທະນາຊື້ຂາຍກັນໃນອະນາຄົດອັນໃກ້ນີ້.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 09/08/2022