ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາເມຣິກາ ທົດລອງ​ໃຊ້​ເຮ​ລີ​ກົບ​ແຕບັນທຸກ​ເຄື່ອງໜັກບິນ​ຜ່ານ​ພາຍຸ​ໃຕ້​ຝຸ່ນ


ເຮລີກົບແຕ CH-53K

     ອີງຕາມບົດລາຍງານຂອງກອງທັບ ອາເມຣິກາ ໃນວັນທີ 3 ມີນາ ໃຫ້ຮູ້ວ່າ: ກອງທັບເຮືອຂອງ ສະຫະລັດອາເມຣິກາ ໄດ້ນໍາເອົາ ເຮລີກົບແຕ CH-53K
ທີ່ບັນທຸກນໍ້າໜັກທົດລອງບິນ ໃນສະພາບແວດລ້ອມທີ່ມີພາຍຸໃຕ້ຝຸ່ນທີ່ຄ້າຍຄືກັນກັບບິນໃນສະໜາມຮົບ ພາຍຫຼັງຖືກຍິງຖະຫຼົ່ມ, ໃນຂະນະດຽວກັນ, ກໍ
ຈັດຕັ້ງປະຕິ ບັດມາດຕະການເພື່ອແກ້ໄຂບັນຫາການຊຸດໂຊມຂອງເຮືອບິນ.

     ໃນທ່າມກາງການທົດລອງປະຕິບັດການດັ່ງກ່າວເປັນເວລາ 21 ນາທີ, ເຫັນວ່າເຄື່ອງຈັ ຂອງ ຍົນເຮລີກົບແຕ ມີຜົນກະທົບຢ່າງຮ້າຍແຮງຫຼັງຈາກເຄື່ອງ
ຈັກສໍາຜັດກັບຂີ້ຝຸ່ນດິນຊາຍ, ປະສິດທິພາບຂອງເຄື່ອງຈັກຈະຫຼຸດລົງຕໍ່າກວ່າລະດັບທີ່ຈະຂັບເຄື່ອນໄດ້ປອດໄພ. ພະແນກປະເມີນຜົນໄດ້ຂຽນໃນບົດລາຍ
ງານສະບັບນີ້ເປັນຄູ່ມືການປະຕິບັດງານຂອງ ເຮືອບິນລຸ້ນດັ່ງກ່າວ ໃນການຈໍາກັດການສໍາຜັດຂອງເຄື່ອງຈັກກັບສະພາບແວດລ້ອມທີ່ມີຂີ້ຝຸ່ນໃນໄລຍະປະຕິ
ບັດການບິນ.

     ການທົດລອງນີ້, ແມ່ນການທົດລອງໃຫ້ຮູ້ເຖິງການຕໍ່ສູ້ໃນສະພາບແວດລ້ອມທີ່ມີຂີ້ຝຸ່ນ, ໂດຍສະເພາະໃນເວລາທີ່ສະໜັບສະໜູນການປະຕິບັດງານພິ
ເສດ ໃຫ້ເໝາະສົມກັບສະພາບການໃນການປະຕິບັດງານໃນພາກຕາເວັນອອກກາງ. ຕາມມາດຕະການແລ້ວ, ເຮລີກົບແຕ ມັກຈະຕ້ອງເຮັດວຽກຢູ່ໃນສະ
ພາບທີ່ເປັນອັນຕະລາຍເຊັ່ນ: ພາຍຸຫິມະ, ພາຍຸໃຕ້ຝຸ່ນ ແລະ ຂີ້ຝຸ່ນພຸ່ງຂຶ້ນຢູ່ເທິງພື້ນດິນ ພາຍຫຼັງພື້ນດິນຖືກລະເບີດ. ນອກຈາກຕາເວັນອອກກາງ, ສະຖານະ
ການດຽວກັນຈະເກີດຂຶ້ນຢູ່ບ່ອນອື່ນໆ, ລວມທັງສະພາບແວດລ້ອມຢູ່ ທະເລຊາຍໝູ່ເກາະໃນມະຫາສະໝຸດປາຊີຟິກ.