ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍ ສົ່ງ​ຍານ​ຂົນສົ່ງ ໂພຣເກດ ລຸ້ນ​ໃໝ່ຂຶ້ນ​ອາ​ວະ​ກາດ


ຍານຂົນສົ່ງ “ໂພຣເກດ”

     ສຳນັກຂ່າວຕາດ ລາຍງານວ່າ: ອົງການອາວະກາດຣອດຄັດມອດ ຂອງ ຣັດເຊຍ ໄດ້ສົ່ງຍານຂົນສົ່ງ “ໂພຣເກດ” ອອກເດີນທາງຈາກພື້ນໂລກເມື່ອເວ
ລາ 21:51 ໂມງຄືນ ວັນຈັນ ຕາມເວລາມາດຕະຖານສາກົນຈາກຖານປ່ອຍຍານອາວະກາດ ໄບໂຄນູຣ ໃນປະເທດ ກາຊັກສະຖານ ແລະ ເດີນທາງເຖິງສະ
ຖານີອາວະກາດ ສາກົນ ເມື່ອເຊົ້າຂອງວັນອັງຄານ. ໄລຍະເວລາຂອງການເດີນທາງລະຫວ່າງຂຶ້ນຈາກຖານປ່ອຍກັບເຊື່ອມຕໍ່ເຂົ້າກັບສະຖານີລວມທັງໝົດ 3
ຊົ່ວໂມງກັບ 40 ນາທີ ນັບເປັນຄັ້ງທຳອິດໃນປະຫວັດສາດຂອງຍານຂົນສົ່ງອາວະກາດໂພເກດ.

     ການເດີນທາງເມື່ອ ວັນອັງຄານ ຍານໂພຣເກດ ໄດ້ນຳເອົາສະບຽງສົ່ງໄປຍັງສະຖານີອາວະກາດສາກົນ ລວມນໍ້າໜັກ 2 ໂຕນ ນອກຈາກນີ້ຍັງປະກອບ
ມີເຊື້ອໄຟ, ຖັງອົກຊີ, ນໍ້າ ແລະ ວັດສະດຸສຳລັບການທົດລອງ ທາງວິທະຍາສາດຈຳນວນໜຶ່ງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 10/03/2022