ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ດານມາກທົດລອງຍິງຂີປະນາວຸດລຸ້ນ​ໃໝ່ທີ່​ຊື້​ມາຈາກ​ສະຫະລັດ


ຂີປະນາວຸດລຸ້ນ Standard Missile-2

     ສຳນັກຂ່າວເຈມລາຍງານໃນວັນທີ 9 ພຶດສະພາ ນີ້ວ່າ: ກອງທັບເຮືອຂອງດານມາກ ໄດ້ຈັດພິທີທົດລອງຍິງຂີປະນາວຸດລຸ້ນ Standard Missile-2
ທີ່ສັ່ງຊື້ມາຈາກປະເທດ ສະຫະລັດອາເມຣິກາ.

     ຂີປະນາວຸດໄດ້ຖືກສົ່ງມາຈາກ ອາເມຣິກາ ໂດຍຜ່ານປະເທດ ນອກແວ ຕັ້ງແຕ່ວັນທີ 4 ພຶດສະພາ ແລະ ເດີນທາງມາຮອດ ດານມາກ ວັນທີ 6 ແລະ
ໄດ້ມີການຈັດພິທີຕິດຕັ້ງໃສ່ເຮືອກຳປັ່ນຮົບ ແລ້ວມີການຍິງທົດລອງໃນການທຳລາຍເປົ້າໝາຍເຄື່ອນທີ່ ແລະ ເປົ້າໝາຍນິ້ງ. ຜ່ານການຍິງທົດລອງຕົວຈິງ
ມັນໄດ້ສ້າງຄວາມພໍໃຈໃຫ້ແກ່ທັງສອງຝ່າຍ ເພາະທຸກຢ່າງແມ່ນດຳເນີນ ແລະ ເປັນໄປຕາມແຜນການທີ່ວາງໄວ້.

     ຂີປະນາວຸດລຸ້ນ Standard Missile-2 ເປັນຂີປະນາວຸດໄລຍະກາງ, ແບບພຶ້ນສູ່ອາກາດ, ຜະລິດໂດຍບໍລິສັດອຸດສາຫະກຳປ້ອງກັນຊາດ ຂອງ ສະຫະ
ລັດອາເມຣິກາ, ຖືກຜະລິດຄັ້ງທຳອິດເມື່ອປີ 1967, ໂດຍຄວາມ ຍາວ 4,72 ແມັດ, ມີເສັ້ນຜ່າສູນກາງ 340 ຊັງຕີແມັດ, ມີນ້ຳໜັກລວມ 707 ກິໂລ
ແມັດ, ຍິງໄກໄດ້ປະມານ 176 ກິໂລ ແມັດ, ໃນເພດານຍິງສູງເຖິງ 25 ກິໂລແມັດ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 10/05/2022