ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍີ່ປຸ່ນ​ນາຳໃຊ້​ລະບົບ​ສັນ​ນະ​ສູດ​ໃບໜ້າຢູ່​ໃນ​ສະໜາມບິນ


     ສຳນັກຂ່າວສານກຽວໂດ ຂອງຍີ່ປຸ່ນ ລາຍງານວ່າ: ອົງການ ຄຸ້ມຄອງການເຄື່ອນຍ້າຍທີ່ຢູ່ອາໄສຂອງຍີ່ປຸ່ນ ແຈ້ງໃຫ້ຮູ້ເມື່ອ ວັນທີ 4 ກໍລະກົດນີ້ວ່າ: ຈະຕິດຕັ້ງປ່ອງນຳ
ໃຊ້ລະບົບສັນນະສູດໃບໜ້າໂດຍອັດຕະໂລມັດຢູ່ສະໜາມບິນບາງແຫ່ງ ໂດຍໃຊ້ກັບຜູ້ໂດຍສານຊາວຕ່າງປະເທດທີ່ອາໄສຢູ່ໃນໄລຍະສັ້ນໃນເວລາທີ່ອອກໄປຈາກຍີ່ປຸ່ນ.

     ການສັນນະສູດທີ່ຖືກຮັກສາໄວ້ຢູ່ໃນຊິບ IC ຂອງໜັງສືຜ່ານແດນຂອງນັກທ່ອງທ່ຽວຈະໄດ້ຖືກສະແກນ ແລະ ປຽບທຽບກັບຮູບທີ່ຖ່າຍຢູ່ໃນປະຕູ ຖ້າຫາກວ່າຮູບທັງ
ສອງນັ້ນຄືກັນແລ້ວປະຕູກໍຈະເປີດ ໂດຍອັດຕະໂນມັດ ເພື່ອໃຫ້ນັກທ່ອງທ່ຽວເດີນຜ່ານໄປ.

     ລະບົບດັ່ງກ່າວຈະໄດ້ຕິດຕັ້ງຢູ່ສະໜາມບິນ ຮາເນດະ ໃນນະຄອນຫຼວງ ໂຕກຽວ ນັບແຕ່ວັນທີ 24 ກໍລະກົດນີ້ເປັນຕົ້ນໄປ ແລະ ຈະໄດ້ຕິດຕັ້ງຢູ່ສະໜາມບິນ ນາຣີຕະ,
ການຊາຍ, ຟູກູໂອກະ, ຈູບູ ແລະ ຈີໂຕເຊ ໃນທ້າຍປີນີ້.