ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍ ​ເປີດ​ຕົວ​ດາວ​ທຽມທຳລາຍ​ດາວ​ທຽມສອດ​ແນມຂອງ​ສັດ​ຕູ

     ຕາມຂ່າວ Asia Times ລາຍງານໃຫ້ຮູ້ວ່າ: ຣັດເຊຍ ຍິງສົ່ງດາວທຽມ "ຕິດຕາມ" ຂຶ້ນສູ່ວົງໂຄຈອນ, ເປັນດາວທຽມຊະນິດທີ່ມີຄວາມສາມາດ
ໃນການປະຕິບັດໜ້າທີ່ຕິດຕາມ ແລະ ສະກັດດາວທຽມສອດແນມຂອງສັດຕູຊື່ວ່າ Kos­mos-2558 ໄດ້ຍິງສົ່ງຈາກສູນດາວທຽມ Plesetsk
Cos­modrome. ເຊິ່ງອີງຕາມກະຊວງປ້ອງກັນປະເທດຣັດເຊຍ ເປີດເຜີຍໃຫ້ຮູ້ວ່າ: ດາວທຽມ Kosmos-2558 ໄດ້ເຂົ້າໃກ້ກັບອົງການ NASA
ດາວທຽມສະຫະລັດ USA-326 ໄລຍະພຽງ 75 ກິໂລແມັດ.

     ດາວທຽມ Kosmos-2558 ອາດຈະເປັນດາວທຽມຕິດຕາມພື້ນຜິວໂລກ, ຄາດວ່າຈະເປັນອາວຸດຕ້ານດາວທຽມໃນອາວະກາດ, ອອກແບບມາ
ດ້ວຍໜ້າທີ່ຊອກຫາ ແລະ ທໍາລາຍດາວທຽມຂອງສັດຕູ, ເປັນອາວຸດຕ້ານດາວທຽມໃນອາວະກາດທີ່ທັນສະໄໝ. ດາວທຽມດັ່ງກ່າວ, ໄດ້ຕິດຕັ້ງດ້ວຍ
ລະບົບ ເພື່ອກວດຈັບ ຫຼື ທໍາລາຍດາວທຽມຂອງ ສັດຕູ, ມີພະລັງງານເຊັ່ນ: ເລເຊີທີ່ມີພະລັງສູງ.

     ອີງຕາມ Space.com ລະບຸຕື່ມວ່າ ໃນປີ 2020, ດາວທຽມຣັດເຊຍ 2 ດວງໄດ້ຖືກສົ່ງໄປສັງ​ເກດພາຍໃນລັດສະໝີ 160 ກິໂລແມັດຫ່າງຈາກ
ດາວທຽມ spy ຂອງສະຫະລັດ ໃນນັ້ນ ກະຊວງປ້ອງກັນປະເທດຣັດເຊຍ ໄດ້ນຳໃຊ້ອາວຸດຕ້ານດາວທຽມຂະໜາດໃຫຍ່ຫຼາຍຊະນິດນັບແຕ່ສົງຄາມເຢັນ
ເປັນຕົ້ນມາລວມມີອາວຸດທີ່ໃຊ້ໃນພື້ນດິນເຊັ່ນ: ເລເຊີຕ້ານດາວທຽມທາງພາກພື້ນດິນ Peresvet ແລະ ອາວຸດທີ່ໃຊ້ໃນອາວະກາດເຊັ່ນ: ລູກສອນໄຟ
ສະກັດ Istrebitel Sputni­kov, ດາວທຽມທີ່ມີລູກສອນໄຟ Naryad, ແລະດາວທຽມ Skif-DM ທີ່ມີເລເຊີແຮງສູງ.

     ນອກຈາກນີ້, ນັກວິເຄາະດ້ານປ້ອງກັນປະເທດອັງກິດ ກ່າວວ່າການສ້າງກອງກໍາລັງອາວະກາດຂອງ ຣັດເຊຍ ເລີ່ມໃນປີ 2015 ແມ່ນການເຕີບໃຫຍ່
ດ້ວຍອາວຸດທັນສະໄໝໄປສູ່ອາວະກາດກາຍເປັນແຮງຂັບເຄື່ອນເບື້ອງຫຼັງຂອງການສູ້ຮົບໃນສົງຄາມແຫ່ງອາວະກາດຍຸກໃໝ່.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 10/08/2022