ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບຣັດເຊຍ​ເລີ່​ມມອບ-ຮັບ ລົດຕັງລຸ້ນ​ໃໝ່ຫຼ້າສຸດ


ລົດຕັງ T-14

     ອີງຕາມເວັບໄຊ້ການທະຫານຕ່າງປະເທດລາຍງານວ່າ: ທ່ານ ເຊີເກ ຊາມິຊອບ ຜູ້ອໍານວຍການບໍລິຫານຂອງ Rostec ກຸ່ມອຸດສາຫະກໍາຄວາມໝັ້ນຄົງ
ຣັດເຊຍ ກ່າວເມື່ອ ວັນທີ 7 ທັນວາ ນີ້ວ່າ: ການສົ່ງມອບລົດຕັງ ໃນສາຍການຜະລິດຈໍານວນຫຼາຍແກ່ ກອງທັບຣັດເຊຍ ຂອງລົດຕັງ ຫຼັກລຸ້ນ T-14 ທີ່ມີ
ພື້ນຖານລະບົບສາຍພານ Armata ຈະເລີ່ມຕົ້ນໃນປີ 2021 ແລະ ບໍ່ຕ້ອງສົງໄສເລີຍວ່ານີ້ຄືລົດຕັງທີ່ດີທີ່ສຸດຂອງໂລກໃນປັດຈຸບັນ, ໃນອະນາຄົດລົດຕັງ
T-14 ຈະກາຍເປັນລົດຕັງຫຼັກຂອງ ກອງທັບຣັດເຊຍ.

     ສໍາລັບກໍາລັງພົນປະຈໍາການລົດຕັງຫຼັກ T-14 ບໍ່ຈໍາເປັນທີ່ຈະຕ້ອງເລັງເປົ້າໝາຍຍິງຢ່າງແມ່ນຢໍາພຽງແຕ່ເລັງປືນໄປທິດທາງເປົ້າໝາຍລະບົບເອເລັກໂຕ
ນິກຕ່າງໆ ຂອງລົດຈະເຮັດສິ່ງທີ່ເຫຼືອທັງໝົດມັນຈະກຳນົດ ໄລຍະຫ່າງຕໍ່ເປົ້າໝາຍ ແລະ ເລັງປືນໄປທີ່ເປົ້າໝາຍຢ່າງແມ່ນຢໍາ ເພາະລົດຕັງລຸ້ນນີ້, ເປັນລົດຕັງ
ທີ່ໃຊ້ອົງປະກອບລະບົບປັນຍາປະດິດ AI ທີ່ຊ່ວຍເຫຼືອພົນປະຈໍາລົດໃນການດຳເນີນການຍິງອາວຸດ ເປັນລະບົບ ມາດຕະຖານທີ່ຖືກໃຊ້ເປັນພື້ນຖານເພື່ອພັດ
ທະນາເປັນລົດຕັງຫຼັກ, ລົດຮົບທະຫານຮາບ, ລົດສາຍພານລໍາລຽງ ແລະ ລົດຫຸ້ມເກາະອື່ນໆ.

     ສໍາລັບ ລົດຕັງ T-14 Ar­mata ໃໝ່ສຸດນີ້, ໄດ້ເປີດຕົວຕໍ່ສາທາລະນະຊົນຄັ້ງທໍາອິດຢູ່ຈັດຕຸລັດແດງ ນະຄອນຫຼວງ ມົດສະກູ ໃນການສວນສະໜາມ
ວັນໄຊຊະນະສົງຄາມໂລກຄັ້ງທີ 2 ເມື່ອ ວັນທີ 9 ພຶດສະພາ 2015 ເຊິ່ງລົດຕັງດັ່ງກ່າວໄດ້ຮັບການທົດສອບເບື້ອງຕົ້ນຕ່າງໆ ໃນປີ 2019, ນອກນັ້ນລົດ
ຕັງຫຼັກແບບໃໝ່ນີ້ມີຫຼັກການພື້ນຖານແຕກຕ່າງຈາກລົດຕັງລຸ້ນກ່ອນ ດ້ວຍຄຸນສົມບັດຕິດຕັ້ງອຸປະກອນດີຈີຕອນເຕັມຮູບແບບ, ປ້ອມປືນຈະບໍ່ມີພົນປະຈໍາ
ແລະ ເກາະແບບແຍກຕ່າງຫາກ ສໍາລັບບ່ອນພົນປະຈໍາລົດທັງ 3 ຄົນ, ຜູ້ບັນຊາການລົດ, ຄົນຂັບ ແລະ ຄົນຍິງ.