ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍານສໍາຫຼວດຂອງ ສະຫະນະຄອນເອເມຣັດອາຣັບ ຈະ​ເຂົ້າ​ສູ່​ໂຄຈອນ​ດາວ​ອັງຄານ


ຍານສໍາຫຼວດຂອງສະຫະນະຄອນເອເມຣັດອາຣັບ

     ຍານສໍາຫຼວດຣໍໂຮຂອງປະເທດ ສະຫະນະຄອນເອເມຣັດອາຣັບ ຈະເດີນທາງເຂົ້າສູ່ວົງໂຄຈອນຂອງດາວອັງຄານໃນ ວັນທີ 9 ກຸມພານີ້ ຕາມເວລາທ້ອງ
ຖິ່ນເຊິ່ງຖືເປັນພາລະກິດສໍາຫຼວດດາວອັງຄານ ເປັນປະເທດທໍາອິດໃນເຂດ ອາຣັບ.

     ຍານສໍາຫຼວດຣໍໂຮຈະໂຄຈອນ ຮອບດາວອັງຄານ ແລະ ສົ່ງຂໍ້ມູນກ່ຽວກັບຊັ້ນບັນຍາກາດກັບມາຍັງໂລກ ເຊິ່ງຕັ້ງເປົ້າທີ່ຈະໄດ້ຮັບຂໍ້ມູນຊັ້ນບັນຍາກາດ
ທີ່ສົມບູນຂອງດາວອັງຄານເປັນຄັ້ງທໍາອິດ ເພື່ອນໍາມາສຶກສາກ່ຽວກັບການປ່ຽນແປງລາຍວັນ ແລະ ຕາມລະດູການ.

     ທ່ານ ຊາຮາ ອາມິຣີ ລັດຖະມົນຕີ ກະຊວງວິທະຍາສາດ ຊັ້ນສູງຂອງ ເອເມຣັດອາຣັບ ອອກມາເປີດເຜີຍວ່າ: ພາລະກິດສໍາຫຼວດດາວອັງຄານຄັ້ງດັ່ງກ່າວ
ໃຊ້ງົບປະມານສູງເຖິງ 200 ລ້ານ ໂດລາສະຫະລັດ, ເຊິ່ງໄດ້ປະກາດແຜນງານສໍາລັບພາລະກິດດັ່ງກ່າວນີ້ຂຶ້ນໃນ ປີ 2557 ແລະ ເປີດ ຕົວໂຄງການອາວາ
ກາດແຫ່ງຊາດໃນປີ 2018 ເພື່ອພັດທະນາຄວາມຊ່ຽວຊານພາຍໃນປະເທດ ເນື່ອງຈາກປະຊາກອນປະມານ 9,4 ລ້ານຄົນ ຂອງເອເມຣັດອາ ຣັບສ່ວນຫຼາຍ
ແມ່ນແຮງງານຕ່າງປະເທດ ຍັງຂາດຄວາມຮູ້ດ້ານພື້ນຖານວິທະຍາສາດ ແລະ ອຸດສາຫະກໍາກ່ຽວກັບການເດີນທາງໃນອາວະກາດ ເອເມຣັດອາ ຣັບຕັ້ງເປົ້າ
ໝາຍໃຫຍ່ໃນການຕັ້ງຮາກຖານເທິງດາວອັງຄານ ໃຫ້ໄດ້ພາຍໃນ ປີ 2118 ຫຼື ອີກ 97 ປີ ຕໍ່ໜ້າ.