ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາເມຣິກາ ຄວນ​ທຳລາຍ​ຄັງ​ເກັບ​ອາວຸດ​ເຄມີ​ທີ່​ສະ​ສົມ​ໄວ້​ຄື​ກັບປະ​ເທດ​ອື່ນ


     ສໍານັກຂ່າວ Sputnik ໄດ້ ອ້າງຄຳເວົ້າຂອງສະຖານທູດ ຣັດເຊຍ ​ໄດ້ຖະແຫຼງການສະບັບໜຶ່ງ. ບົດຂຽນເນັ້ນໜັກວ່າ, ຣັດເຊຍ ໄດ້ທໍາລາຍອາວຸດເຄ
ມີຢ່າງສົມບູນນັບຕັ້ງແຕ່ປີ 2017 ແລະ ໄດ້ຮັບການຢືນຢັນຈາກອົງການ ຫ້າມອາວຸດເຄມີ (OPCW). ສ່ວນ ສະຫະລັດ ອາເມຣິກາ ປະເທດ ດຽວຂອງ
ສົນທິສັນຍາອາວຸດເຄມີ ທີ່ຍັງບໍ່ທັນໄດ້ທໍາລາຍສາງອາວຸດທີ່ສະສົມໄວ້. ຣັດເຊຍ ຮຽກຮ້ອງໃຫ້ ອາເມຣິກາ ຄວນທຳລາຍຄັງເກັບອາວຸດເຄມີທີ່ສະສົມຄື
ກັນກັບປະເທດອື່ນ.

     ສົນທິສັນຍາວ່າດ້ວຍອາວຸດ ເຄມີ ໄດ້ມີຜົນບັງຄັບໃຊ້ໃນປີ 1997. ມາຮອດປີ 2021, ມີ 193 ປະເທດໄດ້ເຂົ້າເປັນພາຄີຂອງສົນທິສັນຍາດັ່ງກ່າວ.
ໂດຍຫ້າມການນໍາໃຊ້, ການພັດທະນາ, ການຜະລິດ, ການສະສົມ ແລະ ການຍົກຍ້າຍຂອງອາວຸດເຄມີໄປປະເທດອື່ນໆ. ໃນຄະນະນັ້ນ, OPCW ໄດ້ຮັບ
ການສ້າງຕັ້ງ ເພື່ອປະຕິບັດ ແລະ ຕິດຕາມກວດກາການປະຕິບັດສົນທິສັນຍານີ້ຂອງບັນດາປະເທດທີ່ໄດ້ລົງນາມ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 11/05/2022