ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດ​ເຊຍ​ເລີມ​ຜະລິດ​ລູກ​ສອນ​ໄຟ S-500 ​ເປັນ​ຈຳນວນຫຼາຍ


ຂັ້ນຕອນປະກອບສີ້ນສ່ວນຕ່າງໆຂອງ S-500 Prometheus ທີ່ໂຮງງານຜະລິດ

     ຕາມຂ່າວ QDND Online ໃຫ້ຮູ້ວ່າ: ທ່ານຢູຣີໂບຣິດຊົບ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍ ໄດ້ຖະແຫຼງການໃຫ້ຮູ້ກ່ຽວກັບການຜະລິດລູກສອນໄຟ
ປ້ອງກັນອາກາດຮຸ່ນໃໝ່ S-500 Prometheus ເຊິ່ງຈະປະກອບໃຫ້ແກ່ກອງທັບ ຣັດເຊຍ ໃນອີກສອງ, ສາມປີຂ້າງໜ້ານີ້.

     ພາຍຫຼັງຖະແຫຼງການ, ທ່ານ ເຊີເກເຊເມຊົບ ອໍານວຍການກຸ່ມບໍລິສັດອຸດສາຫະກໍາຜະລິດອາວຸດປ້ອງກັນຊາດ (Rostec)ໄດ້ ກ່າວວ່າ: “ພວກເຮົາໄດ້ລົງມືຜະລິດ ແລະ
ປະກອບລະບົບປ້ອງກັນອາກາດ S-500, ເຊິ່ງແມ່ນອາວຸດປ້ອງກັນອາກາດທີ່ທັນສະໄໝກ່ວາ S-400. ຄຸນລັກສະນະ ແລະ ສັກກະຍາພາບຄວາມເຂັ້ມແຂງຂອງ S-500
ຈະໄດ້ຖືກຢືນຢັນພາຍຫຼັງທີ່ປະກອບໃຫ້ແກ່ກອງທັບຣັດເຊຍໃນມໍ່ໆນີ້”.

     ທ່ານ ເຊີເກເຊເມຊົບ ເໜັ້ນໜັກ ວ່າ: S-500 ຈະໄດ້ຮັບຜົນສໍາເລັດຢ່າງສົມບູນ ພາຍຫຼັງທີ່ຜ່ານ ຂັ້ນຕອນການທົດລອງຕ່າງໆ ກ່ອນທີ່ຈະນໍາໄປມອບໃຫ້ແກ່ກອງທັບ
ຢ່າງເປັນທາງການ. ລູກສອນໄຟ 55R6M Tri­umfator-M ຫຼືເອີ້ນວ່າ S-500 Prometheus ຂອງຣັດເຊຍ ແມ່ນຢູ່ໃນຂັ້ນຕອນສຸດທ້າຍຂອງການຜະລິດ, ສະນັ້ນ ຂໍ້
ມູນທັງໝົດ ຍັງປິດເປັນຄວາມລັບຢູ່. ແຕ່ຕາມສື່ມວນຊົນຂອງຣັດເຊຍໃຫ້ຮູ້ ວ່າ: S-500 ມີຄວາມສາມາດໃນການທໍາລາຍເປົ້າໝາຍໄດ້ ໃນໄລຍະໄກ 600 ກິໂລແມັດ,
ສາມາດຕິດຕາມ ແລະ ໂຈມຕີພ້ອມກັນບາດດຽວ 10 ເປົ້າໝາຍດ້ວຍຫົວຮົບທີ່ມີຄວາມໄວ 7 ກິໂລແມັດຕໍ່ວິນາທີ ( ເທົ່າກັບ 20 ເທື່ອຄວາມໄວຂອງສຽງ). ຈຸດພິເສດ
ຂອງ S-500 ມີຄວາມສາມາດຍິງສະກັດກັ້ນເປົ້າໝາຍໃນຄວາມສຸູງ 100 ກິໂລແມັດ, S-500 ມີຄວາມສາມາດພໍໃນການຍິງສະກັດກັ້ນດາວທຽມການທະຫານທີ່ຢູ່ໃນ
ລະດັບຕໍ່າ ແລະ ອາວຸດໂຈມຕີທາງອາກາດຕ່າງໆຂອງຝ່າຍກົງກັນຂ້າມໄດ້ເປັນຢ່າງດີ.

     ເມື່ອທຽບໃສ່ລູກສອນໄຟຮຸ່ນຕ່າງໆຂອງຝ່າຍຕາເວັນຕົກແລ້ວເຫັນວ່າ S-500 ຂອງຣັດເຊຍ ດີກວ່າ ແລະ ທັນສະໄໝກ່ວາ.