ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

DTI ກຽມຜະລິດ​ຍານ​ເກາະ​ລໍ້​ຢາງ​ຮຸ່ນ AAPC ຈໍານວນ 5 ຄັນໃຫ້ກອງທັບຟີລິບປິນ


ຍານເກາະລໍ້ຢາງ 8X8 ຮຸ່ນ AAPC

     ສະຖາບັນເທັກໂນໂລຢີປ້ອງກັນປະເທດ DTI ມີແຜນຈະຜະລິດ ຍານເກາະລໍ້ຢາງ 8X8 ຮຸ່ນ AAPC ໃຫ້ກອງທັບ ຟີລິບປິນ ຈໍານວນ 5 ຄັນ ໂດຍມີການເປີດ
ເຜີຍລາຄາຢູ່ທີ່ປະມານ 4.900.000 ໂດລາ ສະຫະລັດ. ຖ້າທຽບກັບການຈັດຫາຍານເກາະ ທີ່ມີຂີດຄວາມສາມາດໃນການຍົກພົນຂຶ້ນບົກຄືກັນຈາກຕ່າງປະເທດໃນ
ປັດຈຸບັນແລ້ວ ເຫັນວ່າມີລາຄາຖືກກວ່າຕົວຢ່າງເຊັ່ນ: ຍານເກາະສະເທືອນນໍ້າສະເທືອນບົກ KAAV-7A1 ຈໍານວນ 8 ຄັນ ຂອງກອງທັບ ຟີລິບປິນ ທີ່ຈັດຫາຈາກ ບໍລິ
ສັດ Hanwha Tech­win ຈາກປະເທດ ເກົາຫຼີໃຕ້ ເມື່ອ ເດືອນເມສາ 2016 ໃນມູນຄ່າ ປະມານ 46.000.000 ໂດລາ ສະຫະລັດ ຫຼື ປະມານ 5.750.000 ໂດ
ລາ/ຄັນ.

     ເຊິ່ງໂຄງການພັດທະນາ ຍານເກາະລໍ້ ຢ່າງຮຸ່ນ AAPC ເປັນການຮ່ວມມືກັນລະຫວ່າງສະຖາບັນ ເທັກໂນໂລຢີ ປ້ອງກັນປະເທດ DTI ກັບບໍລິສັດ Singapore
Technologies Kinetics Ltd. (ST.Kinetics) ໄດ້ອອກແບບ ແລະ ພັດທະນາຍານເກາະແບບໃໝ່ ເພື່ອຕອບສະໜອງຄວາມຕ້ອງການໃນພາລະກິດຍົກພົນຂຶ້ນບົກ
ເຊິ່ງມີການເປີດຕົວຄັ້ງທໍາອິດໃນງານ Defense & Security 2017 .

     ໂດຍໃນປັດຈຸບັນ DTI ໄດ້ສົ່ງມອບລົດຕົ້ນແບບຈໍານວນ 1 ຄັນ ໃຫ້ກັບກອງທັບຟີລິບປິນໄດ້ທົດສອບການໃຊ້ງານຕ່າງໆ ເຊິ່ງຜົນການທົດສອບເປັນທີ່ໜ້າພໍໃຈ
ແລະ ຜ່ານການທົດສອບທາງທະເລມາແລ້ວ ເຊິ່ງສາມາດແລ່ນໄດ້ ດ້ວຍຄວາມໄວສູງເຖິງ 8,1 ກິໂລ ແມັດ/ຊົ່ວໂມງ. ລົດຄັນດັ່ງກ່າວ ສາມາດບັນທຸກກໍາລັງພົນ 14 ຄົນ
(ພົນປະຈໍາລົດ 3 ຄົນ + ທະຫານຮາບ 11 ຄົນ), ລະບົບອາວຸດຮອງຮັບປ້ອມປືນລີໂມດ RCWS ຂະໜາດ 12,7 ມມ, ປືນໃຫຍ່ຂະໜາດ 30 ມມ ຫຼື ເຄື່ອງຍິງລູກລະເບີດ
ອັດຕະໂນມັດຂະໜາດ 40 ມມ, ມີລະບົບກອງອາກາດ, ມີລະບົບປ້ອງກັນຊີວະເຄມີ ແລະ ລັງສີໃນກໍລະນີສົງຄາມ ນິວເຄຼຍ, ບ່ອນນັ່ງພົນແບບ Anti-blast seat ເພື່ອ
ປ້ອງກັນກໍາລັງພົນຈາກແຮງລະເບີດ. ລົດດັ່ງກ່າວມີຄວາມຍາວ 7-8 ແມັດ,ກວ້າງ 2-3 ແມັດ, ສູງ 2-3, 3 ແມັດ, ນໍ້າໜັກ 25 ໂຕນ, ໄລຍະປະຕິບັດການ 600 ກິໂລ
ແມັດ, ໄຕ່​ແລ່ນທາງຊັນໄດ້ 45-60 ອົງສາ, ໄຕ່​ແລ່ນທາງອຽງໄດ້ 30-45 ອົງສາ.