ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຟີລິບປິນ ວາງ​ແຜນ​ນຳ​​ເອົາຍົນ​ຊຸດ​ໃໝ່​ເຂົ້າ​ປະຈຳການ


     ທ່ານ ພົນໂທ ໂລຊາໂນ ຂອງ ຟີລິບປິນ ໄດ້ເປີດເຜີຍແຜນການມອບ-ຮັບຍົນ ໃນຊ່ວງປີ 2019-2020 ໃນງານຄົບຮອບ 72 ປີ ຂອງກອງທັບອາກາດ ຟີລິບປິນ ໃນ
ວັນທີ 2 ກໍລະກົດ 2019 ທີ່ຜ່ານມາມີຄື: ຍົນລໍາລຽງ C-295 ຮຸ່ນຄວບຄຸມ ແລະ ສັ່ງການຈໍານວນ 1 ລໍາ ເຊິ່ງຄາດວ່າຈະ ມອບ-ຮັບ ພາຍໃນເດືອນກໍລະກົດນີ້, ຍົນລໍາ
ລຽງ C-130 ຈໍານວນ 1 ລໍາຈະມອບ-ຮັບພາຍໃນໄຕມາດສຸດທ້າຍຂອງປີ 2019, ຍົນ​ບໍ່​ມີ​ຄົນຂັບ 4 ລໍາ ຈະ ມອບ-ຮັບ ໃນປີ 2019, ຍົນໂຈມຕີ A-29B ຈໍານວນ 6
ລໍາ ຈະມອບ-ຮັບ ໃນເດືອນກຸມພາປີ 2020, ເຮລີກົບແຕ S-70i 16 ລໍາ ເລີ່ມສົ່ງມອບຕັ້ງແຕ່ປີ 2020, ເຮືອບິນລໍາລຽງ NC-2121 ຈໍານວນ 6 ລໍາ ເລີ່ມຕົ້ນສົ່ງມອບ
ໃນ ປີ 2020, ຍົນລໍາລຽງ G280 ຈໍານວນ 1 ລໍາ ສົ່ງມອບ ພາຍໃນປີ 2020.

     ສ່ວນຍົນບໍ່ມີຄົນຂັບທີ່ມີການກ່າວເຖິງຄື: Elbit Sys­tems Hermes 450 UAV ເຊິ່ງໄດ້ມີການຈັດຫາໃນປີ 2018. ນອກຈາກນີ້ ກອງທັບອາກາດ ຟີລິບປິນ ຍັງ
ອາດຈະມີການຈັດຫາ Hermes 900 UAV ແຕ່ຍັງບໍ່ທັນໄດ້ຢືນຢັນການສົ່ງມອບແຕ່ຢ່າງໃດ. ສ່ວນ ເຮລີກົບແຕ S-70i ທີ່ຫາກໍໄດ້ຮັບຄໍາ ສັ່ງເມື່ອບໍ່ດົນມານີ້ທີ່ຜະລິດ
ໂດຍ PZL-Mielec ເຊິ່ງເປັນບໍລິສັດ ໃນເຄືອຂອງ Sikorsky ໂດຍ ເຮລີກົບແຕ ຊຸດທໍາອິດນັ້ນມີກໍານົດທີ່ຈະມອບໃນປີ 2020 ເພື່ອນໍາມາເສີມກໍາລັງ ເຮລີກົບແຕ ຂອງ
ກອງທັບອາກາດ ຟີລິບປິນ ເຊິ່ງສ່ວນຫຼາຍແມ່ນປະກອບດ້ວຍ Bell UH-1D/H Huey ແລະ Bell 412EP.