ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນເດຍ ກໍາລັງເຈລະຈາຈັດຊື້ລົດຕັງລຸ້ນ 2S25M Sprut-SDM1 ຈາກ ຣັດເຊຍ


ລົດຕັງລຸ້ນ 2S25M Sprut-SDM1

     ອີງຕາມແຫຼ່ງຂ່າວ ເດິອີໂຄ ໂນມິກທາມ ລາຍງານໃຫ້ຮູ້ວ່າ: ອິນເດຍ ກໍາລັງເຈລະຈາຈັດຊື້ລົດຕັງລຸ້ນ 2S25M Sprut-SDM1 ລຸ້ນໃໝ່ຈາກ ຣັດເຊຍ, ປັດຈຸບັນລົດ
ຕັງລຸ້ນນີ້ ຍັງກໍາລັງດໍາເນີນການທົດສອບໃນ ຣັດເຊຍ ແຕ່ ອິນເດຍ ອາດຕັດສິນໃຈໃຫ້ນໍາມາທົດສອບໃນປະເທດ ອິນເດຍ ໂດຍບໍ່ຕ້ອງລໍຖ້າ ຣັດເຊຍ ດໍາເນີນການທົດສອບ
ສໍາເລັດກ່ອນ, ໂດຍແຫຼ່ງຂ່າວລາຍງານໃຫ້ຮູ້ວ່າ: ອິນເດຍ ຕ້ອງການຈັດຊື້ລົດຕັງລຸ້ນດັ່ງກ່າວເປັນຈໍານວນ 24 ຄັນ.

     ລົດຕັງລຸ້ນທີ່ກຳລັງຈັດຊື້ນີ້ໄດ້ຮັບການພັດທະນາມາຈາກ ລົດຕັງລຸ້ນ Sprut-SD ທີ່ມີນໍ້າໜັກ18 ໂຕນ, ສາມາດປ່ອຍລົງຈາກເຮືອບິນ Il-76 ໄດ້, ລົດຕັງ Sprut-
SDM1 ໃຊ້ຮ່າງລົດດຽວກັນກັບລົດຕັງ BMD-4M ມີກໍາລັງພົນປະຈໍາລົດ 3 ຄົນ, ຕິດຕັ້ງອາວຸດປືນໃຫຍ່ຂະໜາດ 125 ມມ, ເລົາປືນສາມາດຍິງລູກສອນໄຟນຳ​ວິຖີໄດ້,
ໃຊ້ລະບົບຍິງບາງສ່ວນຈາກລົດຕັງ T-90MS, ໃຊ້ເຄື່ອງຈັກກາຊວນ UTD-29 ຂະໜາດ 500 ແຮງມ້າ, ມີຄວາມໄວສູງສຸດ 70 ກິໂລແມັດຕໍ່ຊົ່ວໂມງ, ມີໄລຍະປະຕິບັດ
ງານ 500 ກິໂລແມັດ ແລະ ສາມາດເຄື່ອນທີ່ໃນນໍ້າໄດ້ດ້ວຍຄວາມໄວ 8 ກິໂລແມັດຕໍ່ຊົ່ວໂມງ.