ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຮລິກົບແຕ NH-90 ຂອງ​ ກາ​ຕາ ບິນ​ຄັ້ງ​ທຳ​ອິດ


ເຮລິກົບແຕ NH-90

     ເມື່ອບໍ່ດົນມານີ້, ບໍລິສັດ NHI ຂອງເອີຣົບ ໄດ້ທົດສອບການບິນ ເຮລິກົບແຕ NH-90 ເປັນຄັ້ງທໍາ ອິດເພື່ອສົ່ງໃຫ້ກາຕາລໍາທໍາອິດ ໃນຈໍານວນທັງ
ໝົດ 22 ລໍາ.

     ສໍາລັບການບິນທົດສອບ NH-90 ໃນຄັ້ງນີ້, ກໍເພື່ອທົດລອງການບິນຂຶ້ນ-ລົງ, ກວດສອບການປະຕິບັດງານທົ່ວໄປ ແລະ ກວດສອບການໃຊ້ງານລະ
ບົບອາວຸດຕ່າງໆ ທີ່ໄດ້ຕິດຕັ້ງໃສ່ໃນ ເຮລິກົບແຕ ລຸ້ນດັ່ງກ່າວ. ເຮລີກົບແຕ NH-90 ຈະຖືກມານໍາເຂົ້າປະຈໍາການທາງທະເລຢູ່ເທິງເຮືອຮົບ.

     ກອງທັບອາກາດກາຕາມີກໍານົດຮັບມອບເຮລີກົບແຕ NH-90NFH ຈໍານວນ 12 ລໍາ ແລະ NH-90TTH ພາຍໃຕ້ສັນຍາວົງ ເງິນ 2,8 ຕື້ໂດລາ
ສະຫະລັດ ທີ່ລົງນາມໄປເມື່ອປີ 2018 ແລະ ທັງໝົດທີ່ສັ່ງຊື້ຈະໄດ້ຮັບມອບໃຫ້ໝົດພາຍໃນປີ 2025. ນອກນີ້, ກອງທັບອາກາດກາຕາຍັງມີແຜນຈະສັ່ງຊື້
NH-90 ເພີ່ມເຕີມອີກແບບລະ 6 ລໍາພາຍໃນອະນາຄົດອັນໃກ້.