ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເບິ່ງ​ສະມັດ​ຕະພາບ​ຈະຫຼວດຫຼາຍລຳ​ກ້ອງ M-270 ຂອງ ອັງກິດ


M-270 ຂອງອັງກິດ

     ຕາມການເປີດເຜີຍຂອງເວັບໄຊ້ການທະຫານຕ່າງປະເທດເມື່ອບໍ່ດົນມານີ້ ກ່ຽວກັບຈະຫຼວດຫຼາຍລໍາກ້ອງແບບ M-270 ທີ່ອັງກິດໃຊ້ປະຈໍາການ ຢູ່
ໃນກອງທັບ, ຈະຫຼວດຊະນິດນີ້ສາມາດຍິງຕໍ່ຕ້ານຈະຫຼວດນໍາວິຖີ ໄດ້ໃນໄລຍະ 70 ກິໂລແມັດ ລວມເຖິງອາວຸດນໍາວິຖີທາງຍຸດທະສາດທີ່ໄລຍະຍິງສູງສຸດ
300 ກິໂລແມັດ.

     M-270 ຖືວ່າເປັນອາວຸດທີ່ສາມາດໂຈມຕີເປົ້າໝາຍດ້ວຍຄວາມແມ້ນຢຳສູງ ມັນສາມາດກວດຈັບເປົ້າໝາຍດ້ວຍລະບົບນໍາວິຖີ ແລະ ສັນຍານຣາ
ດາທີ່ທັນສະໄໝ ແລະ ນໍາເຂົ້າຈາກບໍລິສັດ ໃນ ສະຫະລັດອາເມຣິກາ.

     ນອກນີ້, ມັນຍັງໄດ້ຮັບການຕິດຕັ້ງຊຸດເກາະທີ່ສາມາດປ້ອງກັນຈາກການໂຈມຕີດ້ວຍລະເບີດລອຍໂຕແບບວິຖີໂຄ້ງໄດ້ຫຼາຍຂຶ້ນ, ໃຊ້ພົນທະຫານ ປະ
ຈໍາການພຽງ 3 ຄົນປະກອບດ້ວຍໂຊເຟີ້ລົດ, ພົນປືນ, ຜູ້ບັນຊາການ ເຊິ່ງແຕ່ລະຄົນແມ່ນສາມາດນັ່ງເຮັດວຽກຢູ່ພາຍໃນລົດໄດ້. ສ່ວນການປະກອບອາວຸດ
ຂອງມັນຈະມີ 2 ເບາະແຕ່ລະເບາະບັນຈຸຈະຫຼວດ 6 ລູກ, ໄລຍະຍິງຫວັງຜົນ 70 ກິໂລແມັດຂຶ້ນໄປ, ຫົວຈະຫຼວດສາມາດທໍາລາຍເປັນວົງກວ້າງ ທີ່ສໍາຄັນ
ຫົວຈະຫຼວດແຕ່ລະລູກທີ່ໂຈມຕີເປົ້າໝາຍຖືກນໍາທາງດ້ວຍລະບົບ ຈີພີເອັດສ ເຮັດໃຫ້ມັນດັບສູນເປົ້າໝາຍໄດ້ຢ່າງມີປະສິດທິພາບ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 13/06/2022