ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍີ່ປຸ່ນ ນຳ​ເຮືອ​ດຳ​ນ້ຳ​ໃໝ່​ ເຂົ້າ​ປະຈຳການ​ໃນ​ກອງທັບ


     ກອງກໍາລັງປ້ອງກັນຕົນເອງທາງທະເລຂອງ ຍີ່ປຸ່ນ ໄດ້ຈັດພິທີນໍາເຮືອດໍານໍ້າໂຈມຕີລຸ້ນ Taigei ເຂົ້າປະຈໍາການໃນກອງທັບເຮືອ ເປັນລໍາທໍາອິດທີ່ນໍາ
ເຂົ້າປະຈໍາການ ເຊິ່ງເຮືອດໍານໍ້າລຸ້ນນີ້ແມ່ນ ມີໄລຍະປະຕິບັດການຢູ່ໃນນໍ້າໄດ້ດີກວ່າລຸ້ນທີ່ເຄີຍປະຈໍາການໃນກອງທັບຕົນມາກ່ອນ.

     ເຮືອດໍານໍ້າລຸ້ນ SS-513 JS Taigei ໄດ້ຖືກປ່ອຍລົງນໍ້າ ໂດຍອູ່ຕໍ່ເຮືອ MHI ໃນເດືອນ ຕຸລາ 2020 ເຮືອລໍານີ້ມີຄວາມຍາວ 84,5 ແມັດ, ກວ້າງ
9,1 ແມັດ, ຄວາມເລິກລົງນໍ້າປະມານ 8,5 ແມັດ, ເຮືອລໍານີ້ໄດ້ຕິດຕັ້ງລະບົບຂັບເຄື່ອນດ້ວຍຈັກທີ່ໃຊ້ນໍ້າມັນກາຊວນລຸ້ນ Kawasaki ຈໍານວນສອງ
ໜ່ວຍ ແລະ ສາມາດແລ່ນໄດ້ໄວສຸດເຖິງ 37 ກິໂລແມັດຕໍ່ຊົ່ວໂມງ, ຕິດຕັ້ງທໍ່ຍິງຕ໋ອກປີໂດ ຂະໜາດ 533 ມມ ຈໍານວນ 6 ​ເລົາ ແລະ ຄາດວ່າຈະສາ
ມາດວາງກໍາລັງໃຊ້ຕ໋ອກປີໂດ ໜັກລຸ້ນໃໝ່ທີ່ຮູ້ຈັກໃນຊື່ Type 18 ແລະ Type 89.

     ນອກຈາກນີ້, ເຮືອດໍານໍ້າຍັງຖືກອອກແບບໃຫ້ມີຄຸນສົມບັດຫຼຸດສັນຍານແມ່ເຫຼັກ-ໄຟຟ້າ ແລະ ສຽງພ້ອມນັ້ນຍັງຈະຕິດຕັ້ງລະບົບອໍານວຍຄວາມສະ
ດວກ ໃນການປະຕິບັດການຮົບແບບ CMS: Combat Manage­ment System.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/03/2022