ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບຝຣັ່ງ ​ໄດ້​ປະຈຳການ​ປືນ​ໃຫ່ຍອັດຕາ​ຈອນ​ລຸ້ນທັນ​ສະ​ໄໝ


ປືນໃຫຍ່ອັດຕາຈອນລຸ້ນ CAESAR ຂະໜາດ 155 ມມ

     ຕາມການລາຍງານຂອງເວັບໄຊ້ການທະຫານຕ່າງປະເທດ ເມື່ອບໍ່ດົນມານີ້ວ່າ: ກອງທັບຝຣັ່ງໄດ້ເປີດເຜີຍຂໍ້ມູນຂອງປືນໃຫຍ່ອັດຕາຈອນລຸ້ນ
CAESAR ຂະໜາດ 155 ມມ ທີ່ຕິດຕັ້ງຢູ່ເທິງພາຫະນະລໍ້ຢາງຊະນິດຂັບເຄື່ອນດ້ວຍ 6 ລໍ້. ປືນໃຫຍ່ຊະນິດນີ້ ອອກແບບໂດຍ ບໍລິສັດ Nexter ຂອງ
ຝຣັ່ງ ເຊິ່ງມັນໄດ້ເປີດເຜີຍຕໍ່ສາທາລະນາເປັນຄັ້ງທໍາອິດໃນ ເດືອນ ມິຖຸນາ 1994 ແລະ ໄດ້ຮັບຄໍາສັ່ງຈາກກອງທັບບົກໃຫ້ນໍາ ເຂົ້າປະຈໍາການໃນເດືອນ
ເມສາ.

     CAESAR ເປັນປືນທີ່ມີຄວາມໂດດເດັ່ນ ແລະໄດ້ຮັບການພິສູດມາແລ້ວໃນສົງຄາມຕາເວັນອອກກາງ ແລະ ອາຊີຕາເວັນອອກ. ມັນມີຄວາມທົນ
ທານຕໍ່ສະພາບອາກາດທີ່ໂຫດຮ້າຍ ດັ່ງນັ້ນມັນຈິ່ງຖືກນໍາເຂົ້າປະຈຳການ ພາຍໃຕ້ສະພາບອາກາດທີ່ມີທັງ ພາຍຸ, ຫິມະຕົກ, ພູເຂົາທີ່ມີຄວາມຊຸ່ມ ແລະ ເຂດ
ທະເລຊາຍເປັນຕົ້ນ. ດັ່ງນັ້ນ, ມັນຈິ່ງໄດ້ສາຍາວ່າເປັນປືນທີ່ທົນທານທີ່ສຸດໃນຖານະອາວຸດຍິງສະນັບສະໜູນ.

     ສະມັດຕະພາບຂອງປືນ, ສາມາດຍິງກະສຸນໄດ້ຫຼາກຫຼາຍຊະນິດເຊັ່ນ: ກະສຸນໄຟທີ່ໃຫ້ຄວາມສະວ່າງ, ກະສຸນຄວັນ ແລະ ກະສຸນເຝິກຊ້ອມ ນອກນີ້ຍັງ
ສາມາດຍິງກະສຸນແບບເຈາະທະລຸເຫຼັກກ້າໄດ້. ສ່ວນໄລຍະຍິງແມ່ນນັບແຕ່ 4,5-40 ກິໂລແມັດ ແລະ ມັນຍັງສາມາດປັບໄລຍະ ຍິງໄກ້ແບບ 2 ກິໂລແມັດ
ໄດ້ພ້ອມກັບຄວາມແນ່ນອນໃນການດັບສູນກໍາລັງຂອງຝ່າຍກົງກັນຂ້າມ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 14/06/2022