ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮນລັງ ຕິດຕັ້ງລະບົບປ້ອງກັນ ແລະ ກ້ອງເລັງເປົ້າ​ໃສ່​ລົດ​ຫຸ້ມ​ເກາະ


ລົດ​ຫຸ້ມ​ເກາະຕິດຕັ້ງລະບົບປ້ອງກັນ ແລະ ກ້ອງເລັງເປົ້າ

     ປັດຈຸບັນອຸປະກອນທາງທະຫານມີຢູ່ຫຼາກຫຼາຍຊະນິດ ແລະ ໄດ້ຖືກພັດທະນາຢູ່ປະຈໍາ ເຊັ່ນດຽວກັບລົດຫຸ້ມເກາະ CV-90 ຂອງກອງທັບ ໂຮນລັງ ໄດ້
ຖືກຍົກສະມັດຕະພາບດ້ວຍການຕິດຕັ້ງລະບົບປ້ອງກັນ ແລະກ້ອງເລັງເປົ້າລະບົບໄຟຟ້າເຮັດໃຫ້ງ່າຍຂຶ້ນ ແລະ ໄວ ການ​ໃຊ້ດ້ວຍງົບປະມານ 82 ລ້ານໂດລາ
ສະຫະລັດ.

     ຜູ້ບັນຊາການທະຫານສູງສຸດຂອງກອງທັບ ໂຮນລັງ ກ່າວວ່າ: ສັນຍາປັບປຸງການຍົກລະດັບລົດຫຸ້ມເກາະ CV-90 ຈະໃຊ້ເວລາ 4 ປີ ໃນການຍົກລະ
ດັບຄວາມສາມາດຂອງການສູ້ຮົບທີ່ທັນສະໄໝໃນນີ້ລວມມີ: ກ້ອງສະມັດຕະພາບສູງແຕ່ມີນໍ້າໜັກເບົາ ສາມາດເລັງເປົ້າດ້ວຍ ເລເຊີ, ເຣດາຕິດຕາມ, ແທ່ນ
ປ່ອຍ ແລະ ອາວຸດຕອບໂຕ້ໃນໄລຍະທີ່ເໝາະສົມ. ໂດຍສະເພາະກ້ອງເລັງເປົ້າຊະນິດ​ນີ້ ເປັນກ້ອງທີ່ມີຄວາມສະຖຽນແບບຄູ່ ທີ່ສາມາດຄິດໄລ່ໄລຍະການຍິງ
ໄດ້ທັງໄກ ແລະ ໃກ້, ທີ່ສໍາຄັນມັນສາມາດໃຊ້ງານໄດ້ທຸກສະຖານະ​ການ ທັງກາງເວັນ ແລະ ກາງ ຄືນບໍ່ວ່າຈະຢູ່ໃນທ່ານິ້ງ ຫຼື ເຄື່ອນທີ່ກໍຕາມ.