ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອູແກຣນ ດັດ​ແປງ​ລົດ​ຕັງຫຼັກລຸ້ນ T-64 ຂອງ ຣັດ​ເຊຍ


ລົດຕັງຫຼັກ T-64 ລຸ້ນທັນສະໄໝ

     ເວັບໄຊ້ການທະຫານເປີດເຜີຍໂດຍອ້າງຂໍ້ມູນຈາກທາງການຂອງ ອູແກຣນ ໄດ້ອອກປະກາດແຜນການປັບປຸງລົດຕັງຫຼັກ T-64 ລຸ້ນທັນສະໄໝ ໂດຍ
ຖືເປັນສ່ວນໜຶ່ງຂອງໂຄງການ Crab. ຕາມການລາຍງານຂອງພາກສ່ວນກ່ຽວຂ້ອງວ່າ: ການດໍາເນີນການ​ດັດ​ແປງຄັ້ງນີ້ຄາດວ່າຈະໃຫ້ສໍາເລັດ ພາຍໃນປີ
2022 ນີ້, ການປັດັດ​ແປງ T-64 (ຂອງຣັດເຊຍ) ໂດຍນໍາເອົາອຸປະກອນທີ່ທັນສະໄໝຈາກ ອູແກຣນ ໃສ່ເຂົ້າໄປໃນລົດລຸ້ນນີ້ ເພື່ອໃຫ້ມີຄວາມຄ່ອງແຄ້ວ
ແລະ ທັນສະໄໝຂຶ້ນນັ້ນກໍ ເພື່ອໃຫ້ເປັນລົດຕັງທີ່ທັນສະໄໝຂອງກອງທັບ ພ້ອມທັງໃຫ້ກາຍເປັນລົດຕັງພື້ນຖານຂອງ ອູແກຣນ 100% ເຊິ່ງໃນອະນາຄົດ
ອຸດສາຫະກໍາປ້ອງກັນຊາດຂອງ ອູແກຣນ ຈະຕໍ່ຍອດການພັດທະນາໄປເລື້ອຍໆ.

     ຈຸດປະສົງໃນການປັບປຸງກໍ ເພື່ອເພີ່ມຂີດຄວາມສາມາດຂອງລົດລຸ້ນດັ່ງກ່າວ ທັງເປັນການຍົກສູງ ເຕັກນິກວິທະຍາສາດພາຍໃນປະເທດອີກດ້ວຍ.
ເຊິ່ງຈະມີການຕິດຕັ້ງເຄື່ອງຈັກທີ່ມີກໍາລັງ 1.000 ແຮງມ້າ ລວມໄປເຖິງການຕິດຕັ້ງອຸປະກອນເລັງເປົ້າໝາຍ ແລະ ລະບົບຄວບຄຸມການຍິງຂັ້ນສູງ ເພື່ອໃຫ້
ມີສະມັດຕະພາບທີ່ດີ.

     ລົດຕັງລຸ້ນດັ່ງກ່າວ, ຖ້າປັບປຸງສໍາເລັດຕາມແຜນການທີ່ວາງໄວ້ກໍຖືວ່າລົດລຸ້ນນີ້ຈະເປັນລົດຕັງຫຼັກຂອງກອງທັບ ອູແກຣນ ຕໍ່ໄປອີກປະມານ 25 ປີ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 15/02/2022