ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນເດຍສຳເລັດການຍິງທົດລອງລູກສອນໄຟນຳວິຖີຈາກຟື່ນດີນສູ່ອາກາດ


     ອີງຕາມການເປີດເຜີຍຂອງອົງການວິໄຈ ແລະ ພັດທະນາ ເພື່ອການປ້ອງກັນປະເທດ ຂອງອິນເດຍ ໄດ້ປະຕິບັດການຍິງທົດລອງ ລູກສອນໄຟ ນໍາວິຖີ
ລຸ້ນ Akash NG ເມື່ອບໍ່ດົນມານີ້, ລູກສອນໄຟ ດັ່ງກ່າວເປັນລູກສອນໄຟນໍາວິຖີ ຈາກພື້ນສູ່ອາກາດລຸ້ນໃໝ່ ທີ່ຈະໃຊ້ງານໃນກອງທັບອາກາດ ອິນເດຍ
ໂດຍມີຈຸດປະສົງ ເພື່ອສະກັດກັ້ນໄພຄຸກຄາມທາງອາກາດ. ລູກສອນໄຟລຸ້ນດັ່ງກ່າວນີ້ ມີຄວາມແມ່ນຢໍາສູງ, ຜ່ານການຍິງທົດລອງປະກົດວ່າ: ເປັນໄປຕາມ
ຄາດໝາຍທັງໝົດ, ປະສິດທິພາບ ຂອງລະບົບຄວບຄຸມ ແລະ ການບັງຄັບການໄດ້ດີ, ລະບົບການກໍານົດຄ່າຂອງອາວຸດ ໄດ້ຮັບການກວດສອບຮຽບຮ້ອຍ
ໃນລະຫວ່າງການຍິງທົດລອງ ແລະ ຂໍ້ມູນການບິນຂອງລູກສອນໄຟ ຖືກກວດຈັບໂດຍເຄື່ອງມືຕ່າງໆ ເຊັ່ນ: ລະບົບຣາດາ ລຸ້ນ EOTS ແລະ Telemetry.

     ລູກສອນໄຟ ນໍາວິຖີ ລຸ້ນ Akash NG ເປັນລູກສອນໄຟ ນໍາວິຖີຍິງ ຈາກພື້ນສູ່ອາກາດ ໄລຍະການຍິງ ປານກາງທີ່ຜະລິດໃນປະເທດ ອິນເດຍ ພັດ
ທະນາໂດຍອົງການວິໄຈ ແລະ ພັດທະນາດ້ານການທະຫານ ຂອງອິນເດຍ, ລະບົບດັ່ງກ່າວໄດ້ມີການພັດທະນາໃຫ້ມີຂີດຄວາມສາມາດ ໃນການໃຊ້ງານທີ່
ດີກວ່າລະບົບອື່ນທີີ່ຄ້າຍຄືກັນ. ການຍິງທົດລອງຄັ້ງນີ້ດໍາເນີນການ ໂດຍທີມງານຜູ້ພັດທະນາ ແລະ ການດໍາເນີນການໄດ້ມີຕົວແທນ ຈາກກອງທັບອາກາດ
ອິນເດຍ ເຂົ້າຮ່ວມ, ລະບົບດັ່ງກ່າວສາມາດຍິງຖືກເປົ້າໝາຍ ໃນໄລຍະ 50-60 ກິໂລແມັດ ໃນລະດັບສູງສຸດ 18.000 ແມັດ, ມີຄວາມສາມາດ ໃນການ
ຍິງຕໍ່ຕ້ານເປົ້າໝາຍທາງອາກາດ ເຊັ່ນ: ຍົນຂັບໄລ່, ລູກສອນໄຟນໍາວິຖີອາກາດສູ່ອາກາດ, ອາວຸດ ປ່ອຍນໍາວິຖີອາກາດສູ່ພື້ນ.