ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບອິນເດຍ ທົດ​ລອງຂີປະນາວຸດ​ໄລຍະ​ໄກ​ລຸ້ນ​ໃໝ່


ຂີປະນາວຸດໄລຍະໄກ Agni-4

     ກະຊວງປ້ອງກັນປະເທດ ອິນເດຍ ກ່າວວ່າ: ອິນເດຍ ປະສົບຜົນສໍາເລັດໃນການທົດລອງຍິງຂີປະນາວຸດ ໄລຍະໄກ Agni-4 ທີ່ສາມາດຕິດຫົວຮົບ
ນິວເຄລຍ ໄດ້.

     ຕາມຂໍ້ມູນຈາກສື່ ອິນເດຍ ລະບຸວ່າ: ການທົດລອງຄັ້ງນີ້ເປັນສ່ວນໜຶ່ງຂອງການຫັດແອບຕາມແຜນຢຸດທະສາດຂອງກໍາລັງປ້ອງກັນຊາດ ທັງຢືນຢັນ
ວ່າອາວຸດຊະນິດນີ້ມີປະສິດທິພາບ ໃນການສະກັດກັ້ນອາວຸດທີ່ ອາດຈະເປັນໄພຕໍ່ຄວາມໝັ້ນຄົງຂອງ ອິນເດຍ.

     Agni-4 ເປັນຂີປະນາວຸດລໍາທີ 4 ໃນຕະກຸນ Agni ເຊິ່ງກ່ອນໜ້ານີ້ຮູ້ຈັກມັນໃນຊື່ Agni-2 ຈາກ ນັ້ນມັນໄດ້ຮັບການປັບປຸງວິໄຈ ແລະ ພັດທະນາ
ດ້ວຍງົບປະມານຂອງກອງທັບ ອິນເດຍ ພ້ອມທັງຕິດຕັ້ງເຕັກໂນໂລຊີຂັ້ນສູງ ແລະ ມີການດັດແປງລະບົບຂີປະນາວຸດໃຫ້ມີນໍ້າໜັກເບົາລົງແລ້ວຕິດຕັ້ງຈະ
ຫຼວດຂັບເຄື່ອນເຊື້ອໄຟ ແຂງແບບສອງຂັ້ນຕອນ ແລະ ແຜງກັນຄວາມຮ້ອນ, ມັນມີໄລຍະຍິງ 3500-4000 ກິໂລແມັດ, ສາມາດຍິງໄດ້ໄກຄວບຄຸມຫຼາຍ
ພື້ນທີ່ໆຕິດກັບປະເທດ, ແຕ່ບໍ່ໄດ້ລະບຸເຈາະຈົງໃສ່ປະເທດໃດ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 16/06/2022